ມະຫາວິທະຍາໄລ ວິງ ໄດ້ຮັບຫຼຽນໄຊແຮງງານຊັ້ນສາມຂອງ ລັດ ສປປ.ລາວ
![]() |
ທ່ານ ກົງສີ ແກ້ວມະນີ - ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ກ່າວຄຳເຫັນທີ່ພິທີ. (ພາບ: thoidai.com.vn)
ເຂົ້າຮ່ວມພິທີສະເຫຼີມສະຫຼອງ ມີທ່ານ ກົງສີ ແກ້ວມະນີ - ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ; ທ່ານຫງວຽນທິທູເຮືອງ - ກຳມະການຄະນະປະຈຳ, ຫົວໜ້າພະແນກໂຄສະນາອົບຮົມ ແຂວງເງ້ອານ, ພ້ອມດ້ວຍຜູ້ຕາງໜ້າຄະນະ ແລະ ບຸກຄົນໄດ້ຮັບລາງວັນອັນສູງສົ່ງ; ພະນັກງານ - ລັດຖະກອນຂອງໂຮງຮຽນ ແລະ ຄະນະຜູ້ແທນນັກຮຽນນັກສຶກສາ, ນັກສຶກສາຕ່າງປະເທດເຂົ້າຮ່ວມ.
ໃນໄລຍະ 60 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ມະຫາວິທະຍາໄລ ວິງ ໄດ້ຢືນຢັນຖານະ ເປັນມະຫາວິທະຍາໄລຫຼັກແຫ່ງຊາດ. ກ່າວຄຳເຫັນທີ່ພິທີ, ຜູ້ນຳໂຮງຮຽນ ກໍ່ເຊື່ອໝັ້ນວ່າ ທົ່ວໂຮງຮຽນຈະປະຕິບັດສຳເລັດເປົ້າໝາຍ ກໍ່ສ້າງມະຫາວິທະຍາໄລ ວິງ ໃຫ້ກາຍເປັນມະຫາວິທະຍາໄລຫຼັກແຫ່ງຊາດ, ເປັນສະມາຊິກ ຂອງເຄືອຂ່າຍມະຫາວິທະຍາໄລອາຊຽນ, ເຊື່ອມໂຍງຢ່າງຕັ້ງໜ້າ ແລະ ໝັ້ນໃຈກັບການສຶກສາຊັ້ນສູງໃນພາກພື້ນ ແລະ ໂລກ.
![]() |
ທ່ານ ກົງສີ ແກ້ວມະນີ ໄດ້ມອບຫຼຽນໄຊແຮງງານຊັ້ນ ສາມ ແລະ ຫຼຽນໄຊມິດຕະພາບໃຫ້ແກ່ໂຮງຮຽນມະຫາວິທະຍາໄລ ວິງ ແລະ ບຸກຄົນທົ່ວໄປ. (ພາບ: thoidai.com.vn)
ຮອງຮັບການປະກອບສ່ວນ ຂອງມະຫາວິທະຍາໄລ ວິງ ຕໍ່ພາລະກິດຂອງການສຶກສາ ແລະ ການຝຶກອົບຮົມ, ການສະໜອງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງໃຫ້ແກ່ລາວ, ເນື່ອງໃນໂອກາດວັນສ້າງຕັ້ງມະຫາວິທະຍາໄລ ວິງ ຄົບຮອບ 60 ປີ, ທ່ານ ກົງສີ ແກ້ວມະນີ - ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ໃນນາມຕາງໜ້າໃຫ້ລັດ ສປປ.ລາວ ໄດ້ມອບຫຼຽນໄຊແຮງງານຊັ້ນ ສາມ ແລະ ຫຼຽນໄຊມິດຕະພາບໃຫ້ແກ່ໂຮງຮຽນມະຫາວິທະຍາໄລ ວິງ ແລະ ບຸກຄົນທົ່ວໄປ.
(ຄຳຮຸ່ງ)