07:24 | 31/10/2019

ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ຫວຽດນາມ ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ​ລາວ

ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ຫວຽດນາມ ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ​ລາວ

ທ່ານ ຮວ່າງບີ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. (ພາບ: ສໍານັກຂ່າວສານຫວຽດນາມ)

ສະແດງຄວາມປິຕິຊົມຊື່ນກ່ຽວກັບສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ທີ່ນັບມື້ນັບພັດທະນາ, ໃນນັ້ນມີການປະກອບສ່ວນສຳຄັນຂອງ ຄະນະພົວພັນຕ່າງປະເທດສູນກາງພັກຂອງ 2 ພັກ, ທ່ານ ຮວ່າງບີ່ງກວນ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ ແລະຂໍ້ຕົກລົງຮ່ວມມືສອງປະເທດລະຫວ່າງສອງຄະນະຢ່າງມີປະສິດທິຜົນ, ປະກອບສ່ວນນໍາການພົວພັນຫວຽດນາມ-ລາວ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນບັນດາຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ. ຜ່ານນັ້ນ, ປະກອບສ່ວນນຳການພົວພັນລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.

ລາຍງານກ່ຽວກັບສະພາບການຂອງລາວ ແລະ ການພົວພັນຮ່ວມມືລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກຫວ່າງມໍ່ໆມານີ້, ທ່ານນາງ ສູນທອນ ໄຊຍະຈັກ ຢັ້ງຢືນວ່າຄະນະພົວພັນຕ່າງປະເທດສູນກາງພັກຂອງສອງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງປະເທດຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກໄດ້ຢ່າງມີໄຊ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4278.html

In bài biết