ພິທີມອບຫຼຽນກາ, ຫຼຽນໄຊຂອງລັດຖະບານຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນຂອງສະພາແຫ່ງຊາດ ສປປ.ລາວ
ອີງຕາມການຕັດສິນໃຈມອບຫຼຽນໄຊເອກະລາດໃນວັນທີ 21 ກັນຍາ 2019 ລົງນາມໂດຍ ປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ທ່ານ ຫງວຽນຟູຈ້ອງ, ຫວຽດນາມໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງ 4 ຫຼຽນ, 13 ຫຼຽນໄຊເອກະລາດຊັ້ນສອງ ແລະ 30 ຫຼຽນໄຊເອກະລາດຊັ້ນສາມມອບໃຫ້ແກ່ 12 ໝູ່ຄະນະ ແລະ 35 ບຸກຄົນຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ຄະນະເລຂາຂອງສະພາແຫ່ງຊາດແຫ່ງສປປລາວ ມີຜົນງານດີເດັ່ນໂດຍສະເພາະໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນ, ຄວາມສາມັກຄີພິເສດລະຫວ່າງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ລາວ.
![]() |
ປະທານສະພາແຫ່ງຊາດຫວຽດນາມ ທ່ານນາງ ຫງວຽນທິກິມເງິນ ແລະ ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ມອບຫຼຽນໄຊເອກະລາດໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນຂອງສະພາແຫ່ງຊາດ ສປປ.ລາວ. (ພາບ: TTXVN)
ກ່າວຄຳເຫັນນະພິທີ, ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ ໃນໄລຍະ 8 ທົດສະວັດຜ່ານມາ, ການມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງປະຊາຊົນສອງປະເທດຫວຽດນາມ - ປະເທດລາວໄດ້ວາງພື້ນຖານ ໂດຍປະທານໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ ແລະ ໄດ້ຮັບການເສີມສ້າງໂດຍລຸ້ນຜູ້ນຳສືບຕໍ່ຂອງສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງ ສອງປະເທດ.
ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ ໃນສະພາບການໂລກສັບສົນ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວຍາມໃດກໍ່ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ພັດທະນາ ແລະ ມີປະສິດທິຜົນໃນທຸກຂົງເຂດ, ໃນທາງດ້ານພັກ, ລັດ ແລະ ການຮ່ວມມື, ການພົບປະແລກປ່ຽນປະຊາຊົນ.
ສ່ວນຄະນະຜູ້ແທນລາວ, ຕາງໜ້າໃຫ້ບັນດາໝູ່ຄະນະ ແລະ ບຸກຄົນຂອງສະພາແຫ່ງຊາດ ສປປ.ລາວ ທີ່ໄດ້ຮັບຫຼຽນໄຊ, ຮອງປະທານສະພາແຫ່ງຊາດລາວ ທ່ານນາງ ສີໃສ ລືເດດມູນສອນ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານຫວຽດນາມ ສຳລັບການມອບຫຼຽນກາ, ຫຼຽນໄຊອັນລໍ້າຄ່າ; ໃຫ້ຮູ້ວ່ານີ້ບໍ່ພຽງແຕ່ເປັນກຽດໃຫ້ແກ່ບຸກຄົນ ແລະ ໝູ່ຄະນະທີ່ໄດ້ຮັບຫຼຽນໄຊເທົ່ານັ້ນ, ແຕ່ຍັງເປັນກຽດຕິຍົດລວມຂອງສະພາແຫ່ງຊາດລາວ, ຢືນຢັນຜົນສຳເລັດໃນການເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດລະຫວ່າງສະພາແຫ່ງຊາດ ແລະ ອົງການຕ່າງໆຂອງສະພາແຫ່ງຊາດລາວ ແລະ ຫວຽດນາມ.
(ຄຳຮຸ່ງ)