ໄຂຊຸດຝຶກອົບຮົມວິຊາຊີບກ່ຽວກັບປະຕູຖະແຫຼງຂ່າວເອເລັກໂຕຣນິກໃຫ້ແກ່ພະນັກງານກອງທັບປະຊາຊົນລາວ
ໃນໄລຍະການຝຶກອົບຮົມ, ພະນັກງານກອງທັບປະຊາຊົນລາວ ຈະໄດ້ນຳສະເໜີ ແລະ ຖ່າຍທອດ ຄວາມຮູ້ ແລະ ທັກສະພື້ນຖານຂອງວຽກງານປະຕູຖະແຫຼງຂ່າວເອເລັກໂຕຣນິກ, ເຊິ່ງບົນພື້ນຖານດັ່ງກ່າວ ເພື່ອ ນຳໃຊ້ເຂົ້າໃນຂະບວນການຈັດຕັ້ງປະຕິບັດ, ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານປະຕູຖະແຫຼງຂ່າວເອເລັກໂຕຣນິກ ເພື່ອຮັບໃຊ້ຜູ້ນຳ, ຜູ້ບັນຊາການ ແລະ ຜູ້ບໍລິຫານຂອງອົງການ ແລະ ຫົວໜ່ວຍຕ່າງໆ.
|
ທ່ານພົນໂທ ຫງວຽນ ຊ່ວນ ຫງິ້ ກ່າວຄຳເຫັນທີ່ພິທີ. (ພາບ: qdnd.vn)
ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫງວຽນ ຊ່ວນ ຫງິ້, ຮອງຫົວໜ້າ ຫ້ອງການຄະນະພັກການທະຫານສູນກາງ - ຫ້ອງການກະຊວງປ້ອງກັນປະເທດ, ຫົວໜ້າ ຄະນະຈັດຕັ້ງຊຸດຝຶກອົບຮົມ ໄດ້ສະເໜີໃຫ້ພະນັກງານກອງທັບປະຊາຊົນລາວ ເຂົ້າຮ່ວມການຝຶກຊ້ອມ ທີ່ຜ່ານຜ່າຄວາມຫຍຸ້ງຍາກ, ສຸມໃສ່ຄົ້ນຄ້ວາ, ສຶກສາ ແລະ ກຳແໜ້ນຄວາມຮູ້ ແລະ ປະສົບການຕົວຈິງ ເພື່ອ ນຳໃຊ້ເຂົ້າໃນຂະບວນການເຮັດວຽກຢູ່ບັນດາອົງການ, ຫົວໜ່ວຍ ຂອງກອງທັບປະຊາຊົນລາວ. ພ້ອມກັນນັ້ນ, ກໍ່ປະຕິບັດຕາມລະບຽບການຂອງຄະນະກຳມະການຈັດຕັ້ງ ຫ້ອງຮຽນ. ກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວໄປສຶກສາ, ຮ່ຳຮຽນ ແລະ ດຳລົງຊີວິດໃນເວລາຢູ່ຫວຽດນາມ.
|
ນັກຮຽນຫ້ອງອົບຮົມຖ່າຍຮູບທີ່ລະລຶກກັບບັນດາຜູ້ແທນ. (ພາບ: qdnd.vn)
ທ່ານພັນຕີ ອຳຄານ ແກ້ວພັນຍາ, ຫົວໜ້າຄະນະຜູ້ແທນກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຊຸດອົບຮົມ ສົ່ງຄຳຂອບໃຈການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງກະຊວງປ້ອງກັນຄວາມສະຫງົບຫວຽດນາມ ແລະ ບັນດາອົງການ, ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງຊຸດອົບຮົມດັ່ງກ່າວ. ທ່ານພັນຕີ ອຳຄານ ແກ້ວພັນຍາ ເນັ້ນໜັກ ວ່າ, ບັນດາພະນັກງານກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຈະຍົກສູງສະຕິຄວາມຮັບຜິດຊອບ, ຮໍ່າຮຽນຢ່າງຫ້າວຫັນ, ຮັບເອົາຄວາມຮູ້, ປະຕິບັດບັນດາຂໍ້ ກຳນົດ, ກົດລະບຽບຂອງຫ້ອງອົບຮົມຢ່າງເຂັ້ມງວດ. ໃນການຝືກອົບຮົມເປັນເວລາ 15 ວັນຢູ່ປະເທດຫວຽດນາມ, ພ້ອມດ້ວຍເນື້ອໃນວິຊາສະເພາະກ່ຽວກັບປະຕູຖະແຫຼງຂ່າວເອເລັກໂຕຣນິກ, ພະນັກງານກອງທັບປະຊາຊົນລາວ ຈະໄດ້ສຶກສາກ່ຽວກັບການຈັດຕັ້ງ, ໜ້າທີ່ ແລະ ວຽກງານຂອງ ປະຕູຖະແຫຼງຂ່າວເອເລັກໂຕຣນິກ ໃນກອງທັບປະຊາຊົນ ຫວຽດນາມ; ປະສົບການໃນການຄຸ້ມຄອງ ແລະ ປະຕິບັດງານຂອງ ປະຕູຖະແຫຼງຂ່າວເອເລັກໂຕຣນິກ; ເກັບກຳຂໍ້ມູນຂ່າວສານ, ຂຽນບົດລາຍງານ ແລະ ຜັນຂະຫຍາຍການບໍລິຫານລັດຢູ່ທີ່ ປະຕູຖະແຫຼງຂ່າວເອເລັກໂຕຣນິກ ຂອງກະຊວງປ້ອງກັນປະເທດຫວຽດນາມ.
ພາຍໃຕ້ໂຄງການ, ຜູ້ເຂົ້າຮ່ວມການຝຶກອົບຮົມ ຈະໄປຢ້ຽມຢາມສຸສານປະທານໂຮ່ຈີມິນ; ຢ້ຽມຢາມພາກປະຕິບັດຄວາມເປັນຈິງ ຢູ່ທີ່ອຸດສາຫະ ກຸ່ມເສດຖະກິດ ອຸດສາຫະກຳ - ໂທລະຄົມມະນາຄົມ; ຢ້ຽມຢາມເມືອງຮ່າລອງ.ຊຸດອົບຮົມແມ່ນ ກຳນົດຈະປິດໃນວັນທີ 27 ກັນຍານີ້.
(ຄຳຮຸ່ງ)