ທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານບັນຊາກາງຂອງລາວ ໄດ້ເພີ່ມທະວີການຮ່ວມມື ແລະພັດທະນາແບບຍືນຍົງ
ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມສອງຝ່າຍຄັ້ງນີ້, ຝ່າຍຫວຽດນາມມີ ທ່ານ ເລມິງຮືງ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ, ແລະ ຝ່າຍລາວ ມີຜູ້ວ່າການທະນາຄານບັນຊາກາງ - ທ່ານສົນໄຊ ສິດປະໄຊ. ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ລາວ, ທ່ານ ຫງວຽນປ໋າຫູ່ງ ກໍ່ໄດ້ເຂົ້າຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ສອງຝ່າຍໄດ້ທົບທວນ ແລະ ຕີລາຄາ ໝາກຜົນຂອງການຮ່ວມມືໃນຂົງເຂດການເງິນ ແລະ ເງິນຕາ ທີ່ທະນາຄານສອງຝ່າຍ ໄດ້ບັນລຸໄດ້ໃນປີທີ່ຜ່ານມາ, ປຶກສາຫາລືບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືໃນຄັ້ງຕໍ່ໄປ. ທັງສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບນະໂຍບາຍເສດຖະກິດມະຫາພາກ, ນະໂຍບາຍການເງິນ, ການຄຸ້ມຄອງທະນາຄານທຸລະກິດຂອງລັດ ແລະ ບັນຫາທີ່ກ່ຽວຂ້ອງ.
|
ທັດສະນະຂອງກອງປະຊຸມ. (ພາບ: TTXVN)
ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ທ່ານ ເລມິງຮືງ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ຢືນຢັນວ່າໃນໄລຍະຈະມາເຖິງ, ທະນາຄານແຫ່ງລັດຫວຽດນາມ ຈະສືບຕໍ່ຮ່ວມມື, ແບ່ງປັນປະສົບການກັບທະນາຄານບັນຊາກາງຂອງລາວໃນຫຼາຍຂົງເຂດທີ່ກ່ຽວຂ້ອງການທະນາຄານ. ສອງຝ່າຍໄດ້ເຫັນດີເປັນເອກະພາບວ່ າທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານບັນຊາກາງຂອງຂອງລາວ ຈະເພີ່ມທະວີການຮ່ວມມືໃນຂົງເຂດວິຊາຊີບ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ບັນຫາສຳຄັນອື່ນໆ ທີ່ກ່ຽວຂ້ອງກັບທະນາຄານ; ໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາທະນາຄານການຄ້າຂອງສອງປະເທດ ໃນການສ້າງຕັ້ງການຮ່ວມມື, ການຄ້າ ແລະ ການລົງທືນໃນສອງປະເທດ ເພື່ອຊຸກຍູ້ການພັດທະນາລະບົບທະນາຄານຂອງສອງປະເທດ ແລະ ໃຫ້ບໍລິການ ສຳລັບນັກລົງທືນ ຂອງຫວຽດນາມ ແລະ ລາວໃນກິດຈະກຳ ທີ່ກ່ຽວຂ້ອງກັບການລົງທືນ, ການຄ້າ ແລະ ທຸລະກິດໃຫ້ດີຂື້ນ.
ໃນຂອບເຂດກອງປະຊຸມ ສອງຝ່າຍຄັ້ງນີ້, ຄະນະຜູ້ແທນທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານບັນຊາກາງຂອງລາວ ກໍ່ໄດ້ໃຊ້ເວລາເພື່ອຮັບຟັງ ຄວາມຄິດຂອງຜູ້ຕາງໜ້າ ທະນາຄານຫວຽດນາມ ທີ່ດຳເນີນທຸລະກິດຢູ່ລາວເພື່ອແລກປ່ຽນປະສົບການດຳເນີນທຸລະກິດຢູ່ລາວ, ໂດຍຊອກຫາມາດຕະການເພື່ອ ເກັບກູ້ຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງຂອງ 6 ທະນາຄານການຄ້າຫວຽດນາມທີ່ ດຳເນີນທຸລະກິດຢູ່ຕະຫຼາດລາວ, ລວມທັງ Vietinbank, Vietcombank, MB Bank (ທະນາຄານກອງທັບ), SHB, Sacombank ແລະ Laovietbank ( ການຮ່ວມທຶນລະຫວ່າງ BIDV ແລະ ທະນາຄານການຄ້າຕ່າງປະເທດລາວ).
(ຄຳຮຸ່ງ)