10:20 | 23/09/2019

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ

ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ ສະຫາຍ ພົນຈັດຕະວາ ຫງວຽນ ວັນ ບົງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສສ ຫວຽດນາມພ້ອມຄະນະ.(ພາບ:ໜັງສືພິມກອງທັບ)

ໃນໂອກາດດັ່ງກ່າວ, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສະຫາຍ ພົນຈັດຕະວາ ຫງວຽນ ວັນບົງ ພ້ອມຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້, ເຊິ່ງເປັນຂີດໝາຍສຳຄັນເຂົ້າໃນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດສອງກອງທັບ ລາວ-ຫວຽດນາມທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ແຕກດອກອອກຜົນ ແລະ ມີປະສິດທິພາບສູງຂຶ້ນເລື້ອຍໆ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຫງວຽນ ວັນ ບົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດພ້ອມນີ້ຍັງໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຮັບຊາບອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ໜັງສືພິມກອງທັບ)

Link: https://huunghivietlao.thoidai.com.vn/detail-article-4204.html

In bài biết