06:16 | 12/09/2019

ຫວຽດນາມ - ລາວເພີ່ມທະວີການແລກປ່ຽນການຝຶກອົບຮົມ ໃຫ້ແກ່ຄະນະພະນັກງານວາລະສານປ້ອງກັນຊາດກອງທັບປະຊາຊົນລາວ

ຜ່ານຊຸດຝຶກອົບຮົມ, ບັນດາພະນັກງານຂອງວາລະສານປ້ອງກັນຊາດກອງທັບປະຊາຊົນລາວ ມີໂອກາດຮໍ່າຮຽນ, ພົບປະ, ແລກປ່ຽນບົດຮຽນກັບພະນັກງານ, ນັກບັນນາທິການ, ນັກຂ່າວຂອງວາລະສານທົ່ວປວງຊົນປ້ອງກັນຊາດຫວຽດນາມ; ພ້ອມທັງໄປຄົ້ນຄວ້າຕົວຈິງຢູ່ບາງກົມກອງ ຄື: ກອງພົນໃຫຍ່ 1, ກອງບັນຊາການທະຫານແຂວງກວ໋າງນິງ, ທະຫານເຂດ 3, ຜ່ານນັ້ນປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

ຫວຽດນາມ - ລາວເພີ່ມທະວີການແລກປ່ຽນການຝຶກອົບຮົມ ໃຫ້ແກ່ຄະນະພະນັກງານວາລະສານປ້ອງກັນຊາດກອງທັບປະຊາຊົນລາວ

ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. (ພາບ: qdnd.vn)

ໃນເວລາດໍາເນີນຊຸດຝຶກອົບຮົມເປັນ 15 ວັນ, ບັນດາພະນັກງານຂອງວາລະສານປ້ອງກັນຊາດກອງທັບປະຊາຊົນລາວ ຈະໄດ້ຮັບການແນະນໍາກ່ຽວກັບການຈັດຕັ້ງ ແລະແບບວິທີເຄື່ອນໄຫວຂອງວາລະສານທົ່ວປວງຊົນປ້ອງກັນຊາດຫວຽດນາມ, ແລກປ່ຽນບົດຮຽນ, ບໍາລຸງສ້າງກ່ຽວກັບ: ຂັ້ນຕອນບັນນາທິການ, ຂຽນຂ່າວລົງໃນວາລະສານ...; ໄປຄົ້ນຄວ້າຕົວຈິງທີ່ບາງກົມກອງ, ຢ້ຽມຊົມ ແລະຝຶກຫັດຄົ້ນຄວ້າ, ບັນນາທິການ, ຂຽນຂ່າວລົງໃນວາລະສານທ່ົວປວງຊົນປ້ອງກັນຊາດຫວຽດນາມ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4199.html

In bài biết