06:59 | 21/08/2019

ການພົວພັນລະຫວ່າງຫວຽດນາມ ແລະ ລາວ ໄດ້ສືບຕໍ່ພັດທະນາຢ່າງດີງາມ

ຢູ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຕິດຕາມກວດກາ ແລະ ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ຕັ້ງໜ້າສົມທົບກັນໃຫ້ມີປະສິດທິຜົນເພື່ອສ້າງຄວາມສະດວກໃຫ້ແກ່ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ໃຫ້ຖືກຕ້ອງຕາມກຳນົດເວລາຄືບໜ້າ ແລະ ຮັບປະກັນຄຸນນະພາບໃຫ້ຖືກຕ້ອງຕາມຈິດໃຈຊີ້ນຳຂອງການນຳຂັ້ນສູງ 2 ປະເທດ; ສະໜັບສະໜູນ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນໄລຍະຈະມາເຖິງ.

ການພົວພັນລະຫວ່າງຫວຽດນາມ ແລະ ລາວ ໄດ້ສືບຕໍ່ພັດທະນາຢ່າງດີງາມ

ທ່ານຮອງປະທານສະພາແຫ່ງຊາດລາວ ບຸນປອນ ບຸດຕະນະວົງ ແລະ ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວໃນການຕ້ອນຮັບ. (ພາບ: TTXVN)

ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ບຸນປອນ ບຸດຕະນະວົງ ຢືນຢັນວ່າ: ຝ່າຍລາວ ຈະສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ, ປະທານ AIPA ໃນປີ 2020 ກໍ່ຄືກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021 ເພື່ອຜົນປະໂຫຍດຂອງ 2 ປະເທດ ແລະ ບັນດາປະເທດສະມາຊິກ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4176.html

In bài biết