14:52 | 29/08/2019

ກອງປະຊຸມພົບປະ ລະຫວ່າງ ຕຳຫຼວດແຂວງກວ້າງຈິ ແລະ ຕຳຫຼວດແຂວງ ສາລະວັນ, ແຂວງສະຫວັນນະເຂດ

ກອງປະຊຸມພົບປະ ລະຫວ່າງ ຕຳຫຼວດແຂວງກວ້າງຈິ ແລະ ຕຳຫຼວດແຂວງ ສາລະວັນ, ແຂວງສະຫວັນນະເຂດ

ພະແນກ ຕຳ ຫຼວດແຂວງກວາງຈິແລະ ຕຳ ຫຼວດແຂວງສາລະວັນໄດ້ລົງນາມໃນບົດບັນທຶກການຮ່ວມມືໄລຍະ 2019-2020.(ພາບ:baoquangtri.vn)

ໃນໄລຍະປີ 2018 - 2019, ພະແນກຕຳຫຼວດແຂວງກວ້າງຈິ ຮ່ວມກັບ ຕຳຫຼວດແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບສ່ອງແສງ ແລະ ຈັດຊຸດອົບຮົມດ້ານວິຊາສະເພາະຢ່າງເປັນປະຈຳ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ແບ່ງປັນປະສົບການ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການໃນການຍົກສູງປະສິດທິຜົນການປະສານສົມທົບກັນໃນການຕ້ານ ແລະ ສະກັດກັ້ນອາດຊະຍາກຳທຸກປະເພດຢູ່ເຂດຊາຍແດນ. ສົມທົບກັນສະກັດກັ້ນ ແລະ ຈຳ ກັດການເຄື່ອນໄຫວເຜີຍແຜ່ທີ່ຜິດກົດໝາຍ ຢູ່ເຂດຊາຍແດນ; ຕື່ນຕົວປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍວຽກງານວິຊາສະເພາະຄືການສືບສວນຄະດີທີ່ສັບສົນຢາເສບຕິດ, ຂີ້ລັກມັກຈົກ, ການຄ້າຂາຍ ແລະ ການຂົນສົ່ງສິນຄ້າທີ່ເກີືອດຫ້າມ, ວັດຖຸລະເບີດ...

ບົນພື້ນຖານ ຜົນສຳເລັດກໍ່ຄືໝາກຜົນທີ່ບັນລຸໄດ້, ພະແນກ ຕຳຫຼວດແຂວງກວ້າງຈິ ໄດ້ເຊັນລົງນາມໃນບົດບັນທຶກການຮ່ວມມື ໄລຍະ 2019-2020 ກັບ ຕຳຫຼວດແຂວງສະຫວັນນະເຂດ ແລະ ແຂວງສາລະວັນ. ຈາກນີ້ໄປ, ຕຳຫຼວດແຂວງສືບຕໍ່ເພີ່ມທະວີການປະສານສົມທົບໃນການປົກປັກຮັກສາ ແລະ ຄຸ້ມຄອງຄວາມສະຫງົບຊາຍແດນ, ກຳແໜ້ນສະພາບການ, ແຈ້ງໃຫ້ກັນຊາບກ່ຽວກັບກົນອຸບາຍ, ເຫຼ້ລ່ຽມ ແລະ ຮູບແບບການການເຄື່ອນໄຫວເປົ້າໝາຍການກໍ່ອາຊະຍາກໍາ; ສືບຕໍ່ເສນາທິການໃຫ້ອຳນາດການປົກຄອງທຸກຂັ້ນກ່ຽວກັບແນວທາງ, ນະໂຍບາຍຂອງແຕ່ລະປະເທດ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນສອງປະເທດພັດທະນາເສດຖະກິດ, ພ້ອມທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມສະຫງົບປອດໄພ ຢູ່ ເຂດຊາຍແດນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-4165.html

In bài biết