11:09 | 19/08/2019

ຮັກສາ, ເພີ່ມພູນຄະນສ້າງ ແລະ ພັດທະນາສາຍພົວພັນພິເສດ ລາວ - ຫວຽດນາມ ຂື້ນສູ່ລະດັບສູງໃໝ່

ຮັກສາ, ເພີ່ມພູນຄະນສ້າງ ແລະ ພັດທະນາສາຍພົວພັນພິເສດ ລາວ - ຫວຽດນາມ ຂື້ນສູ່ລະດັບສູງໃໝ່

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຫງວ໋ຽນ ວັນ ເນນ.(ພາບ:ສຳນັກຂ່າວຫວຽດນາມ)

ໂດຍຕອບສະໜອງ ຕາມການເຊື້ອເຊີນ ຂອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ, ກຳມະການສູນກາງພັກ, ຫົວໜ້າ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຫງວ໋ຽນ ວັນ ເນນ ໄດ້ນຳພາຄະນະຜູ້ແທນຫ້ອງວ່າການສູນກາງພັກຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ນັບແຕ່ 16 ປີ -18/8.

ໃນຕອນບ່າຍຂອງວັນທີ 16 ສິງຫານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຢ່າງສະໜິດສະໜົມ, ອົບອຸ້ນ ແລະ ໄມຕີຈິດ.

ສະຫາຍ ຫງວ໋ຽນ ວັນ ເນນ ໄດ້ສະແດງຄວາມຊົມເຊີຍ ແລະ ດີໃຈ ຕໍ່ກັບບັນດາໝາກຜົນ ກໍ່ຄືຜົນສຳເລັດອັນສຳຄັນ ທີ່ປະເທດລາວ ບັນລຸໄດ້ ພາຍຫຼັງ 3 ປີ ແຫ່ງການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ 10 ແຫ່ງ ສປປ ລາວ, ໂດຍສະເພາະແມ່ນການກໍ່ສ້າງພັກ, ການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງສາກົນ; ທ່ານສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວຈະສືບຕໍ່ໄດ້ຮັບຜົນສຳເລັດໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ ໃນຂະບວນການການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ຢ່າງມີໄຊ ແລະ ປະສົບຜົນສຳເລັດ , ຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນໃຫ້ສຳເລັດ ເພື່ອກ້າວໄປສູ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກທີ່ຈະມາເຖິງຢ່າງສະຫງ່າງາມ.

ສະແດງຄວາມຍິນດີ ແລະ ປິຕິຊົມຊື່ນ ກ່ຽວກັບສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ຫວຽດນາມ - ລາວ ທີ່ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ສະຫາຍ ຫງວ໋ຽນ ວັນ ເນນ ໄດ້ກ່າວຄຳຂອບໃຈຈາກໃຈຈິງເຖິງ ການສະໜັບສະໜູນ ແລະ ຊ່ວຍເຫຼືອ ອັນໃຫຍ່ຫຼວງ ທີ່ປະເທດລາວ ໄດ້ມອບໃຫ້ແກ່ຫວຽດນາມມາຮອດປັດຈຸບັນ; ຢັ້ງຢືນວ່າຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນ ຮ່ວມກັບ ສປປ ລາວ ເພື່ອປົກປັກຮັກສາ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ ແລະ ສືບຕໍ່ສົ່ງຕໍ່ໃຫ້ຄົນຮຸ່ນຫລັງກ່ຽວກັບ ສາຍພົວພັນສາມັກຄີພິເສດ ຫວຽດນາມ - ລາວ, ແມ່ນຊັບສົມບັດອັນລ້ຳຄ່າ ຂອງສອງພັກ ແລະ ສອງປະຊາຊົນບັນດາເຜົ່າ, ແມ່ນປັດໃຈສຳຄັນ ເພື່ອຮັບປະກັນໄຊຊະນະໃນພາລະກິດປະຕິວັດ ຂອງແຕ່ລະປະເທດ…

ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ ບຸນຍັງ ວໍລະຈິດ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຂອງຄະນະຜູ້ແທນຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ; ພະນະທ່ານຍັງຊົມເຊີຍບັນດາໝາກຜົນອັນສຳຄັນ ກ່ຽວກັບວຽກງານພາຍໃນ ແລະ ຕ່າງປະເທດ, ຫຼັງ 3 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຢ່ ຂອງພັກ; ພະນະທ່ານຍັງສະແດງຄວາມເຊື່ອ ໝັ້ນວ່າ: ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ໄດ້ຮັບໝາກຜົນໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າໃນຂະບວນການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ປະສົບຜົນສຳເລັດ ແລະ ໄດ້ຮັບໄຊຊະນະໃໝ່.

ສະແດງຄວາມຍິນດີ ແລະ ປິຕິຊົມຊື່ນຕໍ່ກັບ ສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ, ນັບມື້ນັບໄດ້ຮັບການພັດທະນາ ຢ່າງກວ້າງຂວາງ ແລະ ລົງເລິກ, ໃນນັ້ນມີການປະກອບສ່ວນ ທີ່ສຳຄັນຂອງສອງຫ້ອງວ່າການສູນກາງພັກ, ພະນະທ່ານ ບຸນຍັງ ວໍລະຈິດ ສະ ໝີໃຫ້ ຫ້ອງວ່າການສູນກາງພັກ ທັງສອງ ປະສານສົມທົບກັນ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດຕາມບັນດາຂໍ້ຕົກລົງ ທີ່ການນຳລະດັບສູງຂອງສອງພັກ ແລະ ສອງປະເທດ.

ສະຫຼຸບລາຍງານໂດຍຫຍໍ້ ກ່ຽວກັບສະພາບການພົວພັນ ລາວ - ຫວຽດນາມ ໃນໄລຍະມໍ່ໆມານີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຢືນຢັນວ່າ: ລາວຈະເຂົ້າຮ່ວມຫວຽດນາມ ເພື່ອຮັກສາ ແລະ ຮັກສາສາຍພົວພັນພິເສດ ລາວ - ຫວຽດນາມ. ການຂະຫຍາຍຕົວກໍ່ຄືພັດທະນາ ຂື້ນສູ່ລະດັບສູງໃຫມ່.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-4156.html

In bài biết