ກໍານົດເວລາ ແລະ ສະຖານທີ່ ຈັດການພົບປະສຸດຍອດຄັ້ງຕໍ່ໄປ ຂອງສອງຊາດ ເກົາຫຼີ
ບັນຫາດັ່ງກ່າວ ໄດ້ຮັບຄວາມເຫັນດີເປັນເອກະພາບຈາກ 2 ຝ່າຍໃນການເຈລະຈາຂັ້ນສູງ ເຊິ່ງໄດ້ດໍາເນີນໃນຕອນເຊົົ້າຂອງວັນດຽວກັນ ຢູ່ ໝູ່ບ້ານ ປານມູນຈອມ ເຂດປອດອາວຸດ. ຖ້າຫາກວ່າ ທ່ານປະທານາທິບໍດີ Moon Jae – in ເດີນທາງໄປເຖິງ ນະຄອນປຽງຢາງ, ນີ້ຈະເປັນການຢ້ຽມຢາມ ສປປ.ເກົາຫຼີ ຄັ້ງທໍາອິດຂອງການນໍາ ສ.ເກົາຫຼີ ໃນກວ່າໜຶ່ງທົດສະວັດຜ່ານມາ.
ກ່ອນໜ້ານັ້ນ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ເລີ່ມດໍາເນີນການເຈລະຈາຂັ້ນສູງ ເພື່ອແນໃສ່່ປຶກສາຫາລື ວຽກງານການຈັດຕ້ັງການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະມາເຖິງ. ການເຈລະຈາດັ່ງກ່າວ ເລີ່ມດໍາເນີນໃນເວລາ 10 ໂມງຂອງວັນທີ 13 ສິງຫາ (ຕາມເວລາທ້ອງຖິ່ນ) ຢູ່ Tongilgak, ເຊິ່ງເປັນອາຄານຫຼັງໜຶ່ງຂອງ ສປປ.ເກົາຫຼີຢູ່ ໝູ່ບ້ານ ປານມູນຈອມ ເຂດປອດອາວຸດ.
(ຫັດທະບູນ)