21:35 | 15/08/2019

ກອງບັນຊາການທະຫານເຮືອຫວຽດນາມ ຕ້ອນຮັບກົມປ້ອງກັນພາຍໃນກອງທັບລາວ

ກອງບັນຊາການທະຫານເຮືອຫວຽດນາມ ຕ້ອນຮັບກົມປ້ອງກັນພາຍໃນກອງທັບລາວ

ກອງບັນຊາການທະຫານເຮືອຫວຽດນາມ ຕ້ອນຮັບກົມປ້ອງກັນພາຍໃນກອງທັບລາວ.(ພາບ:dangcongsan.vn)

ທ່ານພົນຈັດຕະວາ ເລືອງຫວຽດຮຸ່ງ, ຮອງຜູ້ບັນຊາການກອງບັນຊາການທະຫານເຮືອຫວຽດນາມ ໄດ້ເນັ້ນໜັກວ່າ: ປະເທດຫວຽດນາມ ແລະ ປະເທດ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີນໍ້າໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ; ສາຍພົວພັນລະຫວ່າງສອງກອງທັບ ຫວຽດນາມ-ລາວ ກໍ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງແໜ້ນແຟ້ນ ແລະ ບໍ່ຢຸດຢັ້ງ.

ສ່ວນ ທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງກອງບັນຊາການທະຫານເຮືອຫວຽດນາມ ກັບຄະນະ. ທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ ຫວັງວ່າທະຫານເຮືອຫວຽດນາມ ຈະສືບຕໍ່ພັດທະນາ ແລະ ກອງທັບລາວ ຈະມີບັນດາການເຄື່ອນໄຫວທີ່ແທດຈິງກວ່າ, ເພື່ອປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ-ລາວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4138.html

In bài biết