20:31 | 04/08/2019

ຄະນະປະຕິບັດງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເງະອານ

ທີ່ການເຮັດວຽກ, ບັນດາຜູ້ແທນຂອງທັງສອງຝ່າຍໄດ້ປຶກສາຫາລື, ພ້ອມກັນແລກປ່ຽນບັນດາບົດຮຽນທີ່ຖອດຖອນມາໄດ້ໃນວິວັດການສ້າງບັນດາໂຄງການ, ແຜນການຍຸດທະສາດ.

ຄະນະປະຕິບັດງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເງະອານ

ຄະນະກໍາມະການປະຊາຊົນແຂວງເງະອານ ມອບຂອງຂວັນໃຫ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ. (ພາບ: baonghean.vn)

ທີ່ການພົບປະ, ແບ່ງປັນບົດຮຽນນໍາໃຊ້ເຕັກໂນໂລຢີໃນການຄຸ້ມຄອງອັບເດັດຂໍ້ມູນຂ່າວສານຮັບໃຊ້ການຊີ້ນໍາ, ບໍລິຫານຂອງຄະນະກໍາມະການປະຊາຊົນແຂວງ, ຜູ້ຕາງໜ້າພະແນກຖະແຫຼງຂ່າວ ແລະສື່ສານ ໃຫ້ຮູ້ວ່າ ເງະອານ ກໍາລັງຍູ້ແຮງການສ້າງອໍານາດການປົກຄອງເອເລັກໂຕນິກ. ປະຈຸບັນ, ແຂວງເງະອານ ໄດ້ຜັນຂະຫຍາຍ 12 ລະບົບໃຫຍ່ທີ່ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນອົງການຈັດຕັ້ງລັດ. ກອງປະຊຸມແລກປ່ຽນສອງຝ່າຍກ່ຽວກັບບົດຮຽນໃນການເກັບລາຍຮັບເຂົ້າງົບປະມານ; ຊຸກຍູ້ລະດັບເຕີບໂຕໃນບັນດາຂະແໜງທ່ອງທ່ຽວ, ບໍລິການ; ພັດທະນາພື້ນຖານໂຄງລ່າງ; ດຶງດູດການລົງທຶນ…

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4132.html

In bài biết