15:48 | 06/08/2019

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫໍສະໝຸດກອງທັບ ຫວຽດນາມ ແລະ ລາວ

ທີ່ການພົບປະ, ທ່ານພັນຕີ ພີມຝ້າ ພານຍາຫຼັກ ໄດ້ຕ້ອນຮັບຄະນະຜູ້ແທນຫໍສະມຸດທະຫານຫວຽດນາມມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້; ສະແດງຄວາມຂອບໃຈຕໍ່ຫໍສະໝຸດ ກອງທັບ, ກົມໃຫຍ່ການເມືອງ ແລະ ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ ອຳນວຍຄວາມສະດວກດ້ານອຸປະກອນ, ການຝຶກອົບຮົມວິຊາສະເພາະ ແລະ ອຳນວຍຄວາມສະດວກໃຫ້ພະນັກງານ, ນັກຮົບ ໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າໃນການເຂົ້າເຖິງເອກະສານ, ຂໍ້ມູນຂ່າວສານ, ປື້ມ ແລະ ໜັງສືພິມ, ປະກອບສ່ວນຍົກສູງລະດັບຄວາມຮັບຮູ້ໃຫ້ແກ່ນັກຮົບໃນກອງທັບລາວ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫໍສະໝຸດກອງທັບ ຫວຽດນາມ ແລະ ລາວ

ຜູ້ຕາງໜ້າຫໍສະໝຸດ ທະຫານຂອງສອງປະເທດ ມອບຮັບຂອງຂວັນ. (ພາບ: vov.vn)

ທ່ານພັນຕີ ພີມຝ້າ ພານຍາຫຼັກ ຮຽກຮ້ອງໃຫ້ຫໍສະໝຸດ ກອງທັບ ຫວຽດນາມ ສະໜັບສະໜູນ ປື້ມ ແລະ ເອກະສານຫຼາຍສະບັບທີ່ກ່ຽວຂ້ອງກັບສະຫະພັນນັກຮົບຫວຽດນາມ - ລາວ ເພື່ອສຶກສາອົບຮົມແນວຄິດການເມືອງ ສຳລັບພະນັກງານ ໜຸ່ມ ແລະ ພະນັກງານຂອງກອງທັບລຸ້ນຕໍ່ມາ ໃຫ້ມີສ່ວນຮ່ວມໃນການປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີ ຂອງການທະຫານ ສອງປະເທດ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫໍສະໝຸດກອງທັບ ຫວຽດນາມ ແລະ ລາວ

ທ່ານພັນຕີ ພີມຝ້າ ພານຍາຫຼັກ ຜູ້ອຳນວຍການຫໍສະໝຸດກອງທັບ ລາວ. (ພາບ: vov.vn)

ຜູ້ອຳນວຍການຫໍສະໝຸດ ກອງທັບຫວຽດນາມ ທ່ານນາງ ເຈີນ ຖິ ບີກ ເຫ໋ວ ຊົມເຊີຍຜົນສຳເລັດຂອງຫໍສະ ໝຸດ ທະຫານລາວໃນໄລຍະທີ່ຜ່ານມາ, ພ້ອມກັນນັ້ນ ຢັ້ງຢືນຈະລາຍງານຂໍ້ສະເໜີ ຂອງຫໍສະໝຸດ ທະຫານລາວເຖິງ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເພື່ອໃຫ້ ປະຕິບັດໄດ້ ໄວທີ່ສຸດ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4131.html

In bài biết