14:34 | 17/08/2018

ການພົບປະຂັ້ນສຸດຍອດລັດເຊຍ,ອີຣານ,ຕວກກີອາດຈະດຳເນີນໃນເດືອນກັນຍາ

ການພົບປະຂັ້ນສຸດຍອດລັດເຊຍ,ອີຣານ,ຕວກກີອາດຈະດຳເນີນໃນເດືອນກັນຍາ

ການພົບປະຂັ້ນສຸດຍອດລັດເຊຍ,ອີຣານ,ຕວກກີອາດຈະດຳເນີນໃນເດືອນກັນຍາ. (ພາບປະກອບ: kremlin.ru)

ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານ Dmitry Peskov ໃຫ້ຮູ້ວ່າ, ວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສຸດຍອດ 3 ຝ່າຍກ່ຽວກັບການແກ້ໄຂການປະທະກັນຢູ່ຊີຣີ ພວມຖືກດຳເນີນ. ຕາມທ່ານ Dmitry Peskov ແລ້ວ, ແຈ້ງການຈະໄດ້ຍົກອອກມາພາຍຫຼັງແຜນການຂອງການນຳ 3 ທ່ານໄດ້ປຶກສາຫາລືຜ່ານຂົງເຂດການທູດ.

ກ່ອນໜ້ານັ້ນ, ໂຄສົກຂອງທ່ານປະທານາທິບໍດີຕວກກີ, ທ່ານ Ibrahim Kalin ໃຫ້ຮູ້ວ່າ, ການພົບປະ 3 ຝ່າຍລະຫວ່າງການນຳລັດເຊຍ, ອີຣານ ແລະ ຕວກກີ ກ່ຽວກັບການແກ້ໄຂການປະທະກັນຢູ່ຊີຣີ ຄາດວ່າຈະດຳເນີນໃນອາທິດທຳອິດຂອງເດືອນກັນຍາ ຢູ່ເຕເຮຣານ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-413.html

In bài biết