06:07 | 26/07/2019

ປະທານສະພາແຫ່ງຊາດ ສປປ ລາວ ຕ້ອນ​ຮັບປະທານສະພາປະຊາຊົນ ນະຄອນໂຮ່ຈິມິງ ສສ ຫວຽດນາມ

ປະທານສະພາແຫ່ງຊາດ ສປປ ລາວ ຕ້ອນ​ຮັບປະທານສະພາປະຊາຊົນ ນະຄອນໂຮ່ຈິມິງ ສສ ຫວຽດນາມ

ປະທານສະພາແຫ່ງຊາດ ລາວ ຕ້ອນ​ຮັບປະທານສະພາປະຊາຊົນ ນະຄອນໂຮ່ຈິມິງ ສສ ຫວຽດນາມ

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ ຫງວຽນ ທິ ເລ ພ້ອມຄະນະໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ນະຄອນໂຮ່ຈິມິງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ແລະ ຂໍຂອບໃຈຕໍ່ປະຊາຊົນ ແລະ ລັດຖະບານ ສສ ຫວຽດນາມ ທີ່ໃຫ້ຊ່ວຍເຫລືອລາວ ມາໂດຍຕະຫລອດ.

ປະທານສະພາແຫ່ງຊາດ ສປປ ລາວ ຕ້ອນ​ຮັບປະທານສະພາປະຊາຊົນ ນະຄອນໂຮ່ຈິມິງ ສສ ຫວຽດນາມ

ທ່ານ ນາງ ຫງວຽນ ທິ ເລ ແລະ ທ່ານ ນາງ ປານີ ຢາທໍ່ຕູ້

ໂອກາດດຽວກັນ, ທ່ານ ນາງ ຫງວຽນ ທິ ເລ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານປະທານ ສະພາແຫ່ງຊາດ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້, ພ້ອມຕີລາຄາສູງຕໍ່ການພົວພັນຮ່ວມມື ຂອງສອງລັດຖະບານ ສ​ປ​ປ ລາວ ແລະ ສສ ຫວຽດນາມ ກໍຄື ນະຄອນໂຮ່ຈິມິງ ແລະ ນະຄອນ ຫລວງວຽງຈັນ ໃນໄລຍະຜ່ານມາ, ພ້ອມ​ທັງສະແດງຄວາມຍີນດີ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-4122.html

In bài biết