10:13 | 29/07/2019

ພິທີມອບເຮືອນເອື້ອອາທອນ, ກວດພະຍາດ ແລະ ແຈກຢາໃຫ້ແກ່ປະຊາຊົນ ລາວ

ພິທີມອບເຮືອນເອື້ອອາທອນ, ກວດພະຍາດ ແລະ ແຈກຢາໃຫ້ແກ່ປະຊາຊົນ ລາວ

ບັນດາແພດໝໍຂອງກອງເສດຖະກິດ-ປ້ອງກັນຊາດ 385 ກວດພະຍາດໃຫ້ແກ່ປະຊາຊົນລາວ. (ພາບ: qdnd.vn)

ພໍ່ເຖົ້າ ເຢັນ ໄຊຍະຈວກ ແມ່ນທະຫານຮ່ວມສໍາພັນສູ້ຮົບ ຫວຽດນາມ - ລາວ ໃນສະໄໝຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ. ເຮືອນຫຼັງນີ້ໂດຍກອງເສດຖະກິດ-ປ້ອງກັນຊາດ 385 ປຸກສ້າງ ແລະ ມອບໃຫ້ແກ່ພໍ່ເຖົ້າ ເຢັນ ໄຊຍະຈວກ ເຊິ່ງມີເນື້ອທີ່ 45 ຕາແມັດ, ລວມມູນຄ່າທັງໝົດ 137 ລ້ານດົ່ງ. ນອກຈາກນີ້, ຄະນະເສດຖະກິດ-ປ້ອງກັນຊາດ 385 ຍັງມອບໃຫ້ຄອບຄົວພໍ່ເຖົ້າ ຈວກ ເຄື່ອງໃຊ້ບາງຢ່າງໃນການດໍາລົງຊີວິດ ຄື: ຜ້າຫົ່ມ, ມຸ້ງ, ຕ່ຽງ, ຕູ້, ໂທລະພາບ... ໃນວັນດຽວກັນ, ທີມງານແພດໝໍຂອງກົມກອງກໍໄດ້ຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ແລະນັກຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນຢູ່ກຸ່ມບ້ານວັງຕັດ ຈໍາວນກວ່າ 800 ເທື່ອຄົນ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4119.html

In bài biết