16:24 | 30/07/2019

ພິທີທຳຄວາມເຄົາລົບຫຼັກໝາຍຊາຍແດນ ອະທິປະໄຕ ແລະການລາດຕະເວນຮ່ວມ ຊາຍແດນ ຫວຽດນາມ - ລາວ

ພິທີທຳຄວາມເຄົາລົບຫຼັກໝາຍຊາຍແດນ ອະທິປະໄຕ ແລະການລາດຕະເວນຮ່ວມ ຊາຍແດນ ຫວຽດນາມ - ລາວ

ພາບບັນຍາກາດການທຳຄວາມເຄົາລົບຫຼັກໝາຍຊາຍແດນ ແຫ່ງອະທິປະໄຕ ແລະ ການລາດຕະເວນຊາຍແດນຮ່ວມກັນ. (ພາບ: ວັນເຈືອງ)

ໃນພິທີດັ່ງກ່າວ ໄດ້ມີເຂົ້າຮ່ວມເປັນສັກຂີພິຍານ ຂອງບັນດາການນຳກອງບັນຊາການກຳລັງປະກອບອາວຸດ, ການນຳອຳນາດການປົກຄອງທ້ອງຖິ່ນທັງສອງຝັ່ງຊາຍແດນ. ໃນມຶ້ດຽວກັນນັ້ນ, ບັນດາຜູ້ແທນຂອງສອງປະເທດ ຫວຽດນາມ-ລາວ ໄດ້ດຳເນີນການປູກຕົ້ນໄມ້ມິດຕະພາບ, ເຂົ້າຮ່ວມກອງປະຊຸມສະຫຼຸບ 15 ປີ ແຫ່ງການແຮກສ່ຽວ ລະຫວ່າງ ບ້ານ -ບ້ານ ຂອງສອງຝັ່ງຊາຍແດນ ຄືຄູ່ບ້ານ ກະຕັງ (ຫວຽດນາມ) ແລະ ບ້ານແດນສະຫວັນ (ລາວ) ໄດ້ຈັດຂື້ນຢູ່ເທດສະບານເມືອງລາວບາວ, ເມືອງເຮືອງຫວ໋າ, ແຂວງກວ້າງຈິ.

ຂ້າງລຸ່ມນີ້ແມ່ນຮູບພາບການເຄື່ອນໄຫວຂອງ ກຳລັງປະກອບອາວຸດ, ເຈົ້າໜ້າທີ່ທະຫານ ແລະ ຜູ້ແທນອຳນາດການປົກຄອງທ້ອງຖິ່ນຂອງສອງປະເທດ.

ພິທີທຳຄວາມເຄົາລົບຫຼັກໝາຍຊາຍແດນ ອະທິປະໄຕ ແລະການລາດຕະເວນຮ່ວມ ຊາຍແດນ ຫວຽດນາມ - ລາວ

ບັນດາຜູ້ບັນຊາການ, ນາຍ ແລະ ພົນທະຫານຂອງສອງ ກົມກອງໄດ້ປະຕິບັດການເຄົາລົບຫຼັກໝາຍຊາຍແດນອະທິປະໄຕ. (ພາບ: ຫວຽດລາມ)

ພິທີທຳຄວາມເຄົາລົບຫຼັກໝາຍຊາຍແດນ ອະທິປະໄຕ ແລະການລາດຕະເວນຮ່ວມ ຊາຍແດນ ຫວຽດນາມ - ລາວ

ຜູ້ບັນຊາການ ກຳລັງປະກອບອາວຸດ, ຜູ້ນຳອຳນາດການປົກຄອງທ້ອງຖິ່ນທັງສອງຝ່າຍ ໄດ້ເປັນສັກຂີພິຍານ ແລະ ຕິດຕາມ ພິທີດັ່ງກ່າວ. (ພາບ: ຫວຽດລາມ)

ພິທີທຳຄວາມເຄົາລົບຫຼັກໝາຍຊາຍແດນ ອະທິປະໄຕ ແລະການລາດຕະເວນຮ່ວມ ຊາຍແດນ ຫວຽດນາມ - ລາວ

ຄ້າຍທະຫານຊາຍແດນດ່ານສາກົນລາວບາວ ແລະ ກອງຮ້ອຍປ້ອງກັນຊາຍແດນ 321 ດຳເນີນການກວດກາລາດຕະເວນສອງຝ່າຍ. (ພາບ: ຫວຽດລາມ)

ພິທີທຳຄວາມເຄົາລົບຫຼັກໝາຍຊາຍແດນ ອະທິປະໄຕ ແລະການລາດຕະເວນຮ່ວມ ຊາຍແດນ ຫວຽດນາມ - ລາວ

ຄະນະຜູ້ແທນຈາກທັງສອງຝ່າຍໄດ້ປູກຕົ້ນໄມ້ມິດຕະພາບ ຢູ່ທີ່ດ່ານຊາຍແດນສາກົນລາວບາວ. (ພາບ: ຫວຽດລາມ)

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-4117.html

In bài biết