22:06 | 30/07/2019

ເລຂາທິການສະພາແຫ່ງຊາດ ຫົວໜ້າຫ້ອງການສະພາແຫ່ງຊາດ ຫງວ໋ຽນ ແຮັ້ງ ຟຸກ ໄດ້ເຂົ້າໄຫວ້ອາໄລ ເຖິງສະຫະພັນຕໍ່ສູ້ ຫວຽດ-ລາວ

ເລຂາທິການສະພາແຫ່ງຊາດ ຫົວໜ້າຫ້ອງການສະພາແຫ່ງຊາດ ຫງວ໋ຽນ ແຮັ້ງ ຟຸກ ໄດ້ເຂົ້າໄຫວ້ອາໄລ ເຖິງສະຫະພັນຕໍ່ສູ້ ຫວຽດ-ລາວ

ເລຂາທິການສະພາແຫ່ງຊາດ ຫົວໜ້າຫ້ອງການສະພາແຫ່ງຊາດ ຫງວ໋ຽນ ແຮັ້ງ ຟຸກ ພ້ອມຄະນະ ຜູ້ແທນ ແລະ ທ່ານເລຂາທິການໃຫຍ່ສະພາແຫ່ງຊາດລາວ ສວນສະຫວັນ ວິຍາເກດ, ການນຳແຂວງຊຽງຂວາງ ໄດ້ເຂົ້າໄຫວ້ອາໄລ ແລະ ຖະຫວາຍທູບທຽນ ຢູ່ ອະນຸສາວະລີສະຫະພັນຕໍ່ສູ້ ຫວຽດ - ລາວ. (ພາບ: quochoi.vn)

ຮ່ວມໃນງານຄັ້ງນີ້, ປະກອບມີ ກຳມະການສຳຮອງສູນກາງພັກ ປະຊາຊົນປະຕິວັດລາວ, ເລຂາທິການໃຫ່ຍສະພາແຫ່ງຊາດລາວ ທ່ານ ສວນສະຫວັນ ວິຍາເກດ, ການນຳ ແຂວງຊຽງຂວາງ ...

ທີ່ອະນຸສາວະລີ, ທັງສອງຄະນະຜູ້ແທນສອງຝ່າຍໄດ້ເຂົ້າໄຫວ້ອາໄລ ແລະ ຖະຫວາຍທູບທຽນ, ຖະຫວາຍດອກໄມ້ເພື່ອລະລຶກເຖິງ ຄຸນງາມຄວາມດີຂອງບັນດາທະຫານນັກຮົບວິລະຊົນອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດຢືນຄຽງບ່າຄຽງໄລ່ກັບ ທະຫານ ແລະປະຊາຊົນລາວ ຕໍ່ຕ້ານການຮຸກຮານຂອງຈັກກະພັດ. ການເສຍສະຫຼະຂອງບັນດານັກຮົບວິລະຊົນ ເພື່ອພາລະກິດສາກົນ ຈະຍືນຍົງຄົງຢູ່ ໃນຄວາມຊົງຈຳຂອງໄວໜຸ່ມຄົນລຸ້ນຫລັງ.

ຄະນະຜູ້ແທນກໍ່ຄືພະນັກງານຫຼັກແຫຼ່ງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ລາວ ໄດ້ເຂົ້າວາງພວງມາລາ ແລະ ຖະຫວາຍ ທູບທຽນບູຊາ ເຖິງດວງວິນຍານ ອ້າຍນ້ອງທະຫານ, ນັກຮົບວິລະຊົນຫວຽດນາມ, ເຊິ່ງໄດ້ຂຽນໜ້າປະຫວັດສາດໜ້າຄຳ ໃຫ້ແກ່ປະຊາຊົນ ຫວຽດນາມ, ເພື່ອມິດຕະພາບ, ພິເສດແມ່ນຄວາມຊື່ສັດຕໍ່ກັນແລະກັນບໍ່ມີວັນປ່ຽນແປງ ລະຫວ່າງ ຫວຽດນາມ-ລາວ ອ້າຍນ້ອງ.

ເລຂາທິການສະພາແຫ່ງຊາດ ຫົວໜ້າຫ້ອງການສະພາແຫ່ງຊາດ ຫງວ໋ຽນ ແຮັ້ງ ຟຸກ ໄດ້ເຂົ້າໄຫວ້ອາໄລ ເຖິງສະຫະພັນຕໍ່ສູ້ ຫວຽດ-ລາວ

ເລຂາທິການສະພາແຫ່ງຊາດ ຫົວໜ້າຫ້ອງການສະພາແຫ່ງຊາດ ຫງວ໋ຽນ ແຮັ້ງ ຟຸກ ໄດ້ເຂົ້າໄຫວ້ອາໄລ ເຖິງສະຫະພັນຕໍ່ສູ້ ຫວຽດ-ລາວ

ເລຂາທິການສະພາແຫ່ງຊາດ ຫົວໜ້າຫ້ອງການສະພາແຫ່ງຊາດ ຫງວ໋ຽນ ແຮັ້ງ ຟຸກ ໄດ້ເຂົ້າໄຫວ້ອາໄລ ເຖິງສະຫະພັນຕໍ່ສູ້ ຫວຽດ-ລາວ

ເລຂາທິການສະພາແຫ່ງຊາດ ຫົວໜ້າຫ້ອງການສະພາແຫ່ງຊາດ ຫງວ໋ຽນ ແຮັ້ງ ຟຸກ ໄດ້ເຂົ້າໄຫວ້ອາໄລ ເຖິງສະຫະພັນຕໍ່ສູ້ ຫວຽດ-ລາວ

ບັນດາພາບບັນຍາກາດຢູ່ທີ່ອະນຸສາວະລີ ສະຫະພັນຕໍ່ສູ້ຫວຽດນາມ-ລາວ. (ພາບ: quochoi.vn)

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-4116.html

In bài biết