ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດຄວາມສະຫງົບ
ທີ່ກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕີລາຄາສູງຜົນງານກໍ່ຄືຜົນສຳເລັດຂອງການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງ ຕຳຫຼວດ ຫວຽດນາມ ໃນໄລຍະຜ່ານມາ; ທ່ານໄດ້ເນັ້ນຫນັກວ່າ ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ສອງກະຊວງໄດ້ປະກອບສ່ວນເຂົ້າໃນການຮັບປະກັນຄວາມສະຫງົບສຸກ ຂອງແຕ່ລະປະເທດ, ປະກອບສ່ວນຮັດແໜ້ນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ລາວ- ຫວຽດນາມ.
ໃນສະພາບການທີ່ພາກພື້ນ ແລະ ໂລກ ມີການປ່ຽນແປງ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ຮຽກຮ້ອງມາຍັງ ກະຊວງປ້ອງກັນ ຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ ໃຫ້ເພີ່ມທະວີການຮ່ວມມືໃນທຸກໆຂົງເຂດ, ໂດຍສະເພາະກ່ຽວກັບຄວາມປອດໄພຂົງເຂດອິນເຕີແນັດ, ຕ້ານແລະສະກັດກັ້ນການກໍ່ການຮ້າຍ, ອາດສະຍາກຳ, ການຄ້າຂາຍຢາເສບຕິດ ແລະ ການກໍ່ສ້າງຊັບພະຍາກອນມະນຸດ.
|
ຮອງນາຍົກລັດຖະມົນຕີ ບຸ່ຍ ວັນ ນາມ ແລະ ລັດຖະມົນຕີປ້ອງກັນຄວາມສະຫົງບ ແຫ່ງ ສປປ ລາວ ວິໄລ ຫຼ້າຄຳພອງ.
ກ່ອນໜ້ານີ້, ພົນຕີ ບຸ່ຍ ວັນ ນາມ ແລະ ຄະນະຜູ້ແທນ ກະຊວງ ຕຳຫຼວດຫວຽດນາມ ໄດ້ເຂົ້າພົບປະກັບ ລັດຖະມົນຕິ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ວິໄລ ຫຼ້າຄຳພອງ ແລະ ເຂົ້າຮ່ວມກອງປະຊຸມຮ່ວມມືດ້ານຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 10.
|
ບັນຍາກາດກອງປະຊຸມຮ່ວມມືດ້ານຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 10.
ທີ່ກອງປະຊຸມ, ທັງສອງຝ່າຍໄດ້ສຸມໃສ່ ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ, ການຈັດຕັ້ງປະຕິບັດການຮັບປະກັນຄວາມສະຫງົບສຸກແຫ່ງຊາດ; ຕື່ນຕົວຜັນຂະຫຍາຍຢ່າງມີປະສິດທິຜົນ ບົດບັນທືກຄວາມເຂົ້າໃຈ ຂອງກອງ ປະຊຸມການຮ່ວມມືດ້ານຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 9 ໄດ້ປະກອບສ່ວນໃນການຮັບປະກັນຄວາມສະຫງົບ ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ. ທັງສອງຝ່າຍຈະປະສານສົມທົບ ຕໍ່ສູ້ ກັບຜູ້ກໍ່ການຮ້າຍມ້າງເພທຳລາຍ; ປະສານສົບທົບກັນໃນຂົງເຂດ ກໍ່ຄືວຽກງານການເຂົ້າ-ອອກເມືອງ, ຮັກສາສະຖຽນລະພາບ ແລະ ພັດທະນາຂອງເສັ້ນຊາຍແດນຮ່ວມ ລະຫວ່າງ ສອງປະເທດ.
(ຫັດທະບູນ)