16:06 | 17/07/2019

ພັດທະນາຕາໜ່າງຕະຫລາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020

ພັດທະນາຕາໜ່າງຕະຫລາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020

ພາບປະກອບ

ເພື່ອຜັນຂະຫຍາຍເນື້ອໃນສັນຍາ ແລະ ບົດບັນທຶກ ປະຈຳປີ 2008 ຂອງສອງລັດຖະບານ ລາວ-ຫວຽດນາມ ພາຍຫລັງກອງປະຊຸມການຄ້າຊາຍແດນ ຄັ້ງທີ VI ລະຫວ່າງ 02 ກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດ ນາມ ໄດ້ຈັດຂຶ້ນທີ່ ແຂວງສະຫວັນນະເຂດ ໃນປີ 2008 ກອງປະຊຸມໄດ້ເຫັນຄວາມຈໍາເປັນ ແລະ ເປັນເອກະພາບໃນການສ້າງແຜນແມ່ບົດພັດທະນາຕາໜ່າງຕະຫລາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020 ຂຶ້ນ. ການສ້າງແຜນແມ່ບົດນີ້ໄດ້ດຳເນີນມາແຕ່ປີ 2009 ແຕ່ເນື່ອງຈາກບັນຫາທາງດ້ານວິກິດການທາງດ້ານເສດຖະກິດໂລກ ເຊິ່ງມີຜົນສະທ້ອນເຖິງງົບປະມານໃນການເຄື່ອນໄຫວເກັບກຳຂໍ້ມູນ ຈຶ່ງເຮັດໃຫ້ແກ່ຍາວເວລາມາເຖິງທ້າຍປີ 2012 ຈຶ່ງສາ ມາດສ້າງສຳເລັດ.

ມາຮອດວັນທີ 18 ຕຸລາ 2012 ລັດຖະບານໄດ້ເຫັນດີອະນຸຍາດໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເຊັນຮັບຮອງເອົາເນື້ອໃນແຜນແມ່ບົດດັ່ງກ່າວ. ໃນວັນທີ 31 ພຶດສະພາ 2013 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ສະບັບເລກທີ 1000/ອຄ.ກຂອ ລົງວັນທີ 31 ພຶດສະພາ 2013 ກ່ຽວກັບການຈັດຕັ້ງຜັນຂະຫຍາຍເນື້ອໃນແຜນແມ່ບົດພັດທະນາຕາໜ່າງຕະຫລາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020, ເພື່ອເປັນຈຸດອີງປະ ກອບເຂົ້າໃສ່ແຜນການພັດທະນາເສດຖະກິດສັງຄົມ ຂອງບັນດາແຂວງທີ່ມີຊາຍແດນຕິດກັບ ສສ ຫວຽດນາມ.

ເປົ້າໝາຍໂດຍລວມຂອງແຜນແມ່ບົດພັດທະນາຕາໜ່າງຕະຫລາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020 ແມ່ນເພື່ອເປັນການປະສານນະໂຍບາຍຂອງທັງສອງປະເທດ ເພື່ອພ້ອມກັນຂຸດຄົ້ນຜົນປະໂຫຍດທາງດ້ານການຄ້າຢູ່ ເຂດຊາຍແດນ, ຊຸກຍູ້ການເຊື່ອມໂຍງເສດຖະກິດຂອງແຕ່ລະປະເທດເຂົ້າໃນເສດຖະກິດຂົງເຂດ ແລະ ສາກົນ, ຮັບປະກັນການປ້ອງກັນຄວາມສະຫງົບ ແລະ ຄວາມສາມັກຄີໃນຂົງເຂດຊາຍແດນສອງປະເທດ. ນອກຈາກນັ້ນ, ແຜນແມ່ບົດດັ່ງກ່າວ ຍັງເປັນພື້ນຖານໃຫ້ແກ່ການສ້າງນິຕິກຳທາງດ້ານກົດໝາຍໃນການຈັດຕັ້ງຂອງພາກລັດຕໍ່ກັບຕາໜ່າງຕະຫລາດຊາຍແດນ ຂອງທັງສອງປະເທດ ລາວ-ຫວຽດນາມ ໃນໄລຍະແຕ່ນີ້ ຮອດປີ 2020, ເປັນບ່ອນອີງໃນການດຶງດູດການລົງທຶນທຸລະກິດຕະຫລາດລຽບແນວຊາຍແດນສອງປະເທດ ແລະ ເປັນພື້ນຖານໃຫ້ບັນດາແຂວງຊາຍແດນ ລາວ-ຫວຽດນາມ ສ້າງ ແລະ ຈັດຕັ້ງປະຕິບັດແຜນແມ່ບົດພັດທະນາຕາໜ່າງຕະຫລາດຊາຍແດນໃນຂົງເຂດໃຜລາວ.

ພັດທະນາຕາໜ່າງຕະຫລາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020

ພາບປະກອບ

ນອກຈາກນນັ້ນ, ກອງປະຊຸມ “ສົ່ງເສີມການຮ່ວມມືດ້ານການຄ້າຊາຍແດນລະຫວ່າງ 4 ແຂວງຂອງຫວຽດນາມ - 4 ແຂວງພາກເໜືອຂອງລາວ” ຫາກໍ່ຈັດຂື້ນຢູ່ແຂວງຊຽງຂວາງ ສປປ ລາວ ດ້ວຍການເຂົ້າຮ່ວມຂອງຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາແຂວງຫຼວງພະບາງ ແລະ ຕາງໜ້າບັນດາພະແນກ, ຂະແໜງການ, ວິສາຫະກິດ, ນັກລົງທຶນຂອງ 4 ແຂວງພາກເໜືອລາວ, ແມ່ນຫຼວງພະບາງ, ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ 4 ແຂວງຂອງຫວຽດນາມ ແມ່ນດ້ຽນບຽນ, ເຊີນລາ, ແທັງຮ໊ວາ ແລະ ເງະອານ.

ບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມຢູ່ພາກເໜືອຂອງສອງປະເທດໄດ້ເອົາໃຈໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ເປີດບັນດາຕະຫຼາດດ່ານຊາຍແດນ, ຕະຫຼາດຊາຍແດນ, ເພີ່ມທະວີສົ່ງເສີມການໂຄສະນາເຜີຍແຜ່ດ້ານການຄ້າຜ່ານງານຕະຫຼາດນັດ, ງານວາງສະແດງແນະນໍາ ແລະ ຊື້ຂາຍຜະລິດຕະພັນ. ອໍານາດການປົກຄອງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມໄດ້ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນຂອງການປະຕິຮູບລະບຽບການບໍລິຫານ, ສ້າງສະພາບແວດລ້ອມໃຫ້ວິສາຫະກິດສອງຝ່າຍຮ່ວມມືລົງທຶນ, ສົ່ງອອກນຳເຂົ້າສິນຄ້າໄດ້ຢ່າງສະດວກ.

ເຖິງຢ່າງໃດກໍ່ຕາມ, ຄວາມຫຍຸ້ງຍາກໃນການພົວພັນການຄ້າຊາຍແດນລະຫວ່າງບັນດາແຂວງຂອງຫວຽດນາມ ທີ່ມີເສັ້ນຊາຍແດນຮ່ວມກັບບັນດາແຂວງພາກເໜືອລາວ ຍັງມີຫຼາຍ, ສ້າງຄວາມກີດຂວາງບໍ່ແມ່ນໜ້ອຍໃຫ້ແກ່ການເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງການພົວພັນດ້ານການຄ້າລະຫວ່າງບັນດາທ້ອງຖິ່ນ. ບັນດາຜູ້ແທນໄດ້ສະເໜີຫຼາຍບັນຫາເພື່ອແນໃສ່ປັບປຸງລະບົບກົດໝາຍກ່ຽວກັບການຄ້າຊາຍແດນ, ເພີ່ມທະວີການລົງທຶນລະບົບທາງຄົມມະນາຄົມ, ສາງສິນຄ້າເພື່ອເຊື່ອມຕໍ່ບັນດາດ່ານຊາຍແດນສອງປະເທດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4105.html

In bài biết