16:11 | 19/07/2019

ໄຂ​ງານ​ວາງ​ສະ​ແດງ​ພາ​ບ​ຖ່າຍ​ "ປະ​ທານ ສຸພາ​ນຸ​ວົງ - ເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົ​ມ​ຂອງ​ປະ​ຊາ​ຊົ​ນຫວຽດ​ນາມ"

ໄຂ​ງານ​ວາງ​ສະ​ແດງ​ພາ​ບ​ຖ່າຍ​

ໄຂ​ງານ​ວາງ​ສະ​ແດງ​ພາ​ບ​ຖ່າຍ​ "ປະ​ທານ ສຸພາ​ນຸ​ວົງ - ເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົ​ມ​ຂອງ​ປະ​ຊາ​ຊົ​ນຫວຽດ​ນາມ".(ພາບ: baomoi.com)

ກ່າວຄໍາເຫັນທີ່ພິທີເປີດງານດັ່ງກ່າວ, ທ່ານ ຫວູແມ້ງຮ່າ ຜູ້ອຳນວຍການຫໍພິພິທະພັນໂຮ່ຈີມິງ ໄດ້ເນັ້ນໜັກວ່າ: ນີ້ແມ່ນງານວາງສະແດງທີ່ມີຄວາມໝາຍສຳຄັນທີ່ສຸດ. ອີກຄັ້ງໜຶ່ງໄດ້ຢັ້ງຢຶນເຖິງໄມຕີຈິດມິດຕະພາບລະຫວ່າງ ປະຊາຊົນ ຫວຽດນາມ ແລະ ປະຊາຊົນ ລາວ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາການນຳລຸ້ນຕ່າງໆ ແຕ່ສະໄໝ ປະທານໂຮ່ຈີມິນ, ປະທານສຸພານຸວົງ, ທ່ານເລຂາທິການໃຫຍ່ ໄກສອນ ພົມວິຫານ ແລະ ນ້ຳໃຈໄມຕີຈິດມິດຕະພາບນັ້ນນັບມື້ນັບໄດ້ຮັບການພັດທະນາ ແລະ ໝັ້ນຄົງ ທະນົງແກ່ນ ຊົ່ວກາລະນານ. ຜ່ານບັນດາຮູບພາບ, ເອກະສານນີ້ຈະສ້າງຄວາມສະໜິດຕິດພັນ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ, ກໍ່ຄືເກັບກຳບັນດາເອກະສານຂອງບັນດານັກປະຕິວັດ ຫວຽດນາມ ແລະ ລາວຕື່ມອີກ".

ຜ່ານງານ​ວາງ​ສະ​ແດງ​ພາ​ບ​ຖ່າຍ​ "ປະ​ທານ ສຸພາ​ນຸ​ວົງ - ເພື່ອນ​ມິດ​ທີ່​ສະ​ໜິດ​ສະ​ໜົ​ມ​ຂອງ​ປະ​ຊາ​ຊົ​ນຫວຽດ​ນາມ" ກໍ່ໄດ້ສະແດງໃຫ້ເຫັນນ້ຳໃຈໄມຕີຈິດມິດຕະພາບອັນຍາວນານ, ໝັ້ນແກ່ນລະຫວ່າງປະຊາຊົນສອງປະເທດອ້າຍນ້ອງ ລາວ - ຫວຽດນາມຕື່ມອີກ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4104.html

In bài biết