09:38 | 14/07/2019

ສະຖານທູດຫວຽດນາມ ປະຈໍາ ລາວ ເຂົ້າຮ່ວມພີທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

ຄະນະຜູ້ແທນສະຖານທູດຫວຽດນາມ ນຳໂດຍທ່ານ ຫງວຽນບ໋າຮູ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ເປັນຫົວໜ້າຄະນະເຂົ້າຮ່ວມພິທີ, ນອກຈາກນັ້ນ, ຍັງມີການນໍາບັນດາກະຊວງ, ຂະແໜງການສູນກາງຂອງລາວ ຕື່ມອີກ.

ສະຖານທູດຫວຽດນາມ ປະຈໍາ ລາວ ເຂົ້າຮ່ວມພີທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

ຄະນະຜູ້ແທນສະຖານທູດຫວຽດນາມ ໄດ້ຖະຫວາຍດອກໄມ້ອວຍພອນວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ. (ພາບ: TTXVN)

ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ ໄດ້ດໍາເນີນໃນບັນຍາກາດທີ່ເຄັ່ງຂຶມ. ຕາມປະເພນີຂອງລາວ, ບັນດາຄູບ່າອາຈານ ແລະຜູ້ແທນຫຼາຍຄົນເຂົ້າຮ່ວມພິທີໄດ້ສູດມົນ, ພາວະນາອາໄລຫາຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານ ສຸພານຸວົງ ຕໍ່ກັບປະຊາຊົນບັນດາເຜົ່າລາວ, ທີ່ມີຕໍ່ການປະຕິວັດລາວ ແລະການປະຕິວັດຫວຽດນາມ, ຕໍ່ກັບສາຍພົວພັນມິດຕະພາບແບບພິເສດ, ບໍລິສຸດຜຸດຜ່ອງ ແລະສັດຊື່ຫວຽດນາມ-ລາວ, ລາວ-ຫວຽດນາມ.

ໃນຕອນເຊົ້າວັນທີ 12 ກໍລະກົດ, ຄະນະຜູ້ແທນສະຖານທູດຫວຽດນາມ ແລະບັນດາອົງການອ້ອມຂ້າງສະຖານທູດຫວຽດນາມ ປະຈໍາ ລາວ ກໍ່ໄປຖະຫວາຍຊໍ່ດອກໄມ້ອວຍພອນວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ ທີ່ເຂດອະນຸສອນສະຖານປະທານ ສຸພານຸວົງ ຢູ່ນະຄອນຫຼວງວຽງຈັນ.

ສະຖານທູດຫວຽດນາມ ປະຈໍາ ລາວ ເຂົ້າຮ່ວມພີທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

ທ່ານ ຫງວຽນບ໋າຮູ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ໃນພິທີ. (ພາບ: TTXVN)

ໃນວັນດຽວກັນ, ຍັງມີສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍ ທານ ຫງວຽນວັນມິ໋, ຫົວໜ້າຄະນະ ເອເຊຍ - ອາຟຣິກາ, ສະຫະພັນບັນດາສະມາຄົມມິດຕະພາບຫວຽດນາມ ແມ່ນຜູ້ນໍາ ໄດ້ໄປຢ້ຽມຢາມ ເທສະບານແຂວງ ທ່າແຂກ, ແຂວງ ຄໍາມ່ວນ ບ້ານເກີດເມືອງນອນ ຂອງ ປະທານ ສຸພານຸວົງ. ໃນໄລຍະການຢ້ຽມຢາມ, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງກ່ຽວກັບຊີວິດ ແລະ ພາລະກິດ ຂອງທ່ານ ສຸພານຸວົງ; ຕອບສະຫນອງແລະພົວພັນກັບນັກຮຽນຊາວລາວແລະພີ່ນ້ອງຂອງທ່ານ ສຸພານຸວົງ; ພົບປະແລກປ່ຽນກັບນັກຮຽນຊາວລາວ ແລະ ພີ່ນ້ອງຂອງທ່ານ ສຸພານຸວົງ...

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4091.html

In bài biết