08:57 | 16/07/2019

ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ຫວຽດນາມ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ລາວ

ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ຫວຽດນາມ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ລາວ

ທ່ານ ເຈືອງຮວ່າບິ່ງ ທ່ານ ຄໍາພັນ ສິດທິດໍາພາ.(ພາບ: baoquocte.vn)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຕີລາຄາສູງສາຍພົວພັນຮ່ວມມືອັນສະໜິດສະໜົມ ແລະ ສະໜິດຕິດພັນລະຫວ່າງລະບົບສານປະຊາຊົນຫວຽດນາມ ແລະ ລະບົບສານປະຊາຊົນລາວ, ຢູ່ສານປະຊາຊົນສູງສຸດ ແລະ ສານປະຊາຊົນຂັ້ນແຂວງ ທີ່ໄດ້ຮັກສາການພົວພັນແລກປ່ຽນຄະນະຜູ້ແທນເປັນປະຈໍາ. ພ້ອມທັງ, ສະໜັບສະໜູນສານປະຊາຊົນສອງຝ່າຍ ຮັກສາການຈັດຕັ້ງບັນດາຊຸດຝຶກອົບຮົມ, ບໍາລຸງສ້າງ, ແບ່ງປັນບົດຮຽນ ເພື່ອຍົກສູງກໍາລັງຄວາມສາມາດໃຫ້ແກ່ພະນັກງານຂອງແຕ່ລະຝ່າຍ, ປະຕິບັດໜ້າທີີ່ສໍາຄັນຂອງຕົນໃຫ້ເປັນຢ່າງດີ.

ສ່ວນ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດລາວ ມີຄວາມມຸ່ງຫວັງປາດຖະໜາວ່າລັດຖະບານຫວຽດນາມຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ສານສອງປະເທດຈັດສົ່ງຄະນະຜູ້ແທນມາຢ້ຽມຢາມ, ເຮັດວຽກ ແລະ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ແລະ ສົມທົບກັນດໍາເນີນການພົບປະແລກປ່ຽນເຊິ່ງກັນແລະ ກັນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4089.html

In bài biết