15:20 | 16/07/2019

ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງສານປະຊາຊົນລາວ-ຫວຽດນາມ

ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງສານປະຊາຊົນລາວ-ຫວຽດນາມ

ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງສານປະຊາຊົນລາວ-ຫວຽດນາມ.(ພາບ:congly.vn)

ທີ່ການພົບປະເຈລະຈາ, ສອງຝ່າຍເປັນເອກະພາບເພີ່ມທະວີການແລກປ່ຽນຈັດຕັ້ງບັນດາຊຸດຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນ ໃຫ້ແກ່ຜູ້ພິພາກສາ ແລະ ພະນັກງານສານປະຊາຊົນລາວ. ທ່ານປະທານສານປະຊາຊົນສູງສຸດລາວປາດຖະໜາວ່າສານປະຊາຊົນທັງສອງປະເທດຈະສືບຕໍ່ເພີ່ມທະວີການແລກປ່ຽນບັນດາຄະນະປະຕິບັດງານ, ບຳລຸງສ້າງຜູ້ພິພາກສາ, ພະນັກງານສານປະຊາຊົນລາວໂດຍແນໃສ່ແບ່ງປັນບັນດາບົດຮຽນໃນການພິພາກສາ, ຄຸ້ມຄອງສານ, ປະຕິຮູບຄວາມຍຸຕິທຳ.

ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2019, ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ໃຫ້ການຕ້ອນຮັບ ທ່ານປະທານສານປະຊາຊົນສູງສຸດລາວ ຄໍາພັນ ສິດທິດໍາພາ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຕີລາຄາສູງສາຍພົວພັນຮ່ວມມືອັນສະໜິດສະໜົມ ແລະ ສະໜິດຕິດພັນລະຫວ່າງລະບົບສານປະຊາຊົນຫວຽດນາມ ແລະ ລະບົບສານປະຊາຊົນລາວ, ຢູ່ສານປະຊາຊົນສູງສຸດ ແລະ ສານປະຊາຊົນຂັ້ນແຂວງ ທີ່ໄດ້ຮັກສາການພົວພັນແລກປ່ຽນຄະນະຜູ້ແທນເປັນປະຈໍາ. ພ້ອມທັງ, ສະໜັບສະໜູນສານປະຊາຊົນສອງຝ່າຍ ຮັກສາການຈັດຕັ້ງບັນດາຊຸດຝຶກອົບຮົມ, ບໍາລຸງສ້າງ, ແບ່ງປັນບົດຮຽນ ເພື່ອຍົກສູງກໍາລັງຄວາມສາມາດໃຫ້ແກ່ພະນັກງານຂອງແຕ່ລະຝ່າຍ, ປະຕິບັດໜ້າທີີ່ສໍາຄັນຂອງຕົນໃຫ້ເປັນຢ່າງດີ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4088.html

In bài biết