16:31 | 20/06/2019

ທ່ານ ພັນເອກ ເລ ວັນ ທ້ວນ ຮອງຫົວຫນ້າກົມການເງິນກອງທັບ ປະຊາຊົນຫວຽດນາມ ຕ້ອນຮັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ເນື່ອງໃນໂອກາດ ທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງ ວັນທີ 18-21 ມິຖຸນາ 2019 ນີ້, ສະຫາຍ ພັນເອກ ເລ ວັນ ທ້ວນ ໄດ້ສະແດງຄວາມຂອບໃຈຕໍ່ ສະ ຫາຍ ພົນຕີ ອ່ອນສີ ແສນສຸກ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານແຜນການເຄື່ອນໄຫວເຮັດວຽກໂດຍຫຍໍ້ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະຕິບັດຕາມແຜນການ ຮ່ວມມືຂອງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ໂດຍສະເພາະແມ່ນກົມການເງິນກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ກັບ ກົມການເງິນກອງທັບປະຊາຊົນຫວຽດນາມ.

ທ່ານ ພັນເອກ ເລ ວັນ ທ້ວນ ຮອງຫົວຫນ້າກົມການເງິນກອງທັບ ປະຊາຊົນຫວຽດນາມ ຕ້ອນຮັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ທ່ານ ພັນເອກ ເລວັນທ້ວນ ແລະ ທ່ານ ພົນຕີ ອ່ອນສີ ແສນສຸກ ໃນການພົບປະເຈລະຈາ. (ພາບ: qdnd)

ທັງສອງຝ່າຍໄດ້ຕີລາຄາຄືນ ການຮ່ວມມືໃນຂົງເຂດວຽກງານການເງິນໃນໄລຍະ 2018 ຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ພ້ອມທັງພົບປະແລກປ່ຽນບົດຮຽນຂົງເຂດ ວຽກງານວິຊາສະເພາະການເງິນ, ການເບີກຈ່າຍເງິນເດືອນ ຜ່ານບັດ ATM, ແລກປ່ຽນບົດຮຽນ, ປະສົບການໃນການເຮັດວຽກງານດ້ານການເງິນ ຂອງສອງກອງທັບປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຕາມແຜນການຮ່ວມມືປະຈໍາປີ 2019.

ນອກຈາກວຽກງານການ ເງິນ ແລ້ວ ທັງສອງຝ່າຍຈະສືບຕໍ່ພົວພັນຮ່ວມມືຂົງເຂດວຽກງານ ພັກ-ວຽກງານການເມືອງ, ວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ວຽກງານ ອື່ນໆຕື່ມອີກ. ສະຫາຍ ພົນຕີ ອ່ອນສີ ແສນ ສຸກ ໄດ້ຍົກໃຫ້ເຫັນການຊ່ວຍເຫຼືອ ດ້ານຕ່າງໆຂອງກະຊວງປ້ອງ ກັນປະເທດຫວຽດນາມທີ່ມີຕໍ່ ກອງທັບປະຊາຊົນລາວ ຕະຫຼອດ ໄລຍະຜ່ານມາ ແລະ ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການ ຊ່ວຍເຫຼືອດັ່ງກ່າວ, ໂດຍການມາ ເຄື່ອນໄຫວຂອງຄະນະດັ່ງກ່າວ ໃນຄັ້ງນີ້ຈະເປັນການເສີມສ້າງ ສາຍພົວພັນມິດຕະພາບ, ຄວາມ ສາມັກຄີແບບພິເສດ, ການຮ່ວມ ມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ຫັນເຂົ້າສູູ່ລວງເລິກ ແລະ ມີ ໝາກຜົນຕົວຈິງ, ພ້ອມທັງໄດ້ ອວຍພອນໃຫ້ຄະນະດັ່ງກ່າວປະ ສົບຜົນສໍາເລັດສູງໃນໄລຍະການ ເຄື່ອນໄຫວເຮັດວຽກຢູ່ລາວ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4071.html

In bài biết