10:21 | 23/06/2019

ນາຍົກລັດຖະມົນຕີລາວ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ

ນາຍົກລັດຖະມົນຕີລາວ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຕ້ອນຮັບ ທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ.(ພາບ:tinnhanhchungkhoan.vn)

ທີ່ການຕ້ອນຮັບ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຊົມເຊີຍທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ພ້ອມກັບຄະນະປະຕິບັດງານຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄປມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ, ເຂົ້າຮ່ວມກອງປະຊຸມກະຊວງແຜນການ ແລະ ການລົງທຶນສອງປະເທດເພື່ອແນໃສ່ຕີລາຄາຄືນການຜັນຂະຫຍາຍຂໍ້ຕົກລົງຮ່ວມມື ຫວຽດນາມ-ລາວ ຄັ້ງທີ 41 ປີ 2019 ລະຫວ່າງສອງລັດຖະບານ ແລະ ແລກປ່ຽນວິຊາສະເພາະກ່ຽວກັບແຜນການ-ການລົງທຶນ.

ທີ່ການຕ້ອນຮັບ, ທ່ານ ຫງວຽນ ຈີ໋ ຢຸງ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ທີ່ກອງປະຊຸມໃນວັນທີ 22 ມິຖຸນາ 2019 ລະຫວ່າງກະຊວງແຜນການ ແລະ ການລົງທຶນສອງປະເທດຈະລົງເລິກປຶກສາຫາລືບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດ, ຊອກຫາວິທີການເພື່ອຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືໃນຂໍ້ຕົກລົງຮ່ວມມື ຫວຽດນາມ-ລາວ ຄັ້ງທີ 41 ປີ 2019 ຕາມທິດວ່ອງໄວ ແລະ ມີປະສິດທິຜົນແທດຈິງ, ຍົກສູງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ ກວ່າອີກ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4066.html

In bài biết