00:10 | 24/06/2019

ຫວຽດນາມ - ລາວ: ຍົກສູງຄຸນນະພາບການຮ່ວມມື ແລະ ລົງທຶນ

ຫວຽດນາມ - ລາວ: ຍົກສູງຄຸນນະພາບການຮ່ວມມື ແລະ ລົງທຶນ

ບັນຍາກາດທີ່ການພົບປະເຈລະຈາ.(ພາບ:nhandan.com.vn)

ກອງປະຊຸມໄດ້ສຸມໃສ່ຕີລາຄາຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການໃນຂອບເຂດຂໍ້ຕົກລົງການຮ່ວມມືລະຫວ່າງ ລັດຖະບານ ສອງປະເທດ ໃນທຸກໆຂົງເຂດຄື: ເສດຖະກິດ, ວັດທະນະທຳ - ການສຶກສາ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພິເສດແມ່ນໃນຂົງເຂດເສດຖະກິດ. ທີ່ກອງປະຊຸມ, ທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ໃຫ້ຮູ້ວ່າ: ໃນການກວດກາຜ່ານມາ, ຄະນະໄດ້ຊຸກຍູ້ບັນດາເຈົ້າຂອງລົງທຶນໂຄງການຂອງຫວຽດນາມ ຢູ່ ລາວ, ພິເສດແມ່ນສອງແຂວງຫົວພັນ ແລະ ຊຽງຂວາງ; ພ້ອມທັງໄດ້ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ ແລະ ຖືວ່າສອງຝ່າຍຄວນສຸມໃສ່ບັນດາໂຄງການຈຸດສຸມ, ທີ່ເປັນສັນຍາລັກໃນການຮ່ວມມືລະຫວ່າງສອງປະເທດ.

ຫວຽດນາມ - ລາວ: ຍົກສູງຄຸນນະພາບການຮ່ວມມື ແລະ ລົງທຶນ

ລັດຖະມົນຕີ ສອງທ່ານລົງນາມໃນຂໍ້ຕົກລົງການຮ່ວມມືໄລຍະ 2019 -2021.(ພາບ:TTXVN)

ພາຍຫຼັງການພົບປະເຈລະຈາ, ທ່ານ ຫງວຽນ ຈີ໋ ຢຸງ ແລະ ທ່ານ ສຸພັນ ແກ້ວມີໄຊ ໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ກະຊວງແຜນການ ແລະ ການລົງທຶນລາວ ໄລຍະ 2019-2021. ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານລະຫວ່າງສອງກະຊວງໃນບັນດາຂົງເຂດແຜນການ ແລະ ການລົງທຶນ, ເປັນສູນຕິດຕໍ່ພົວພັນການຊຸກຍູ້ຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການ, ສັນຍາທີ່ໄດ້ລົງນາມແລ້ວ, ຈັດສົ່ງຄະນະປະຕິບັດງານໄປແລກປ່ຽນບົດຮຽນເປັນປະຈຳ, ໜູນຊ່ວຍຝຶກອົບຮົມ, ບຳລຸງສ້າງວິຊາສະເພາະໃຫ້ແກ່ພະນັກງານຂອງກະຊວງແຜນການ - ການລົງທຶນລາວ ແລະ ອື່ນໆ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4064.html

In bài biết