11:23 | 28/08/2018

ນາຍົກລັດຖະມົນຕີ ອົດສະຕາລີ ແລະ ການປະກາດ ບັນຊີລາຍຊື່ຄະນະລັດຖະບານໃໝ່

ນາຍົກລັດຖະມົນຕີ ອົດສະຕາລີ ແລະ ການປະກາດ ບັນຊີລາຍຊື່ຄະນະລັດຖະບານໃໝ່

ນາຍົກລັດຖະມົນຕີ ອ໋ອດສະເຕເລຍ.

ໃນຄວາມມານະພະຍາຍາມປັບປຸງກົງຈັກລັດຖະບານ, ເຊິ່ງໄດ້ຖືກສັບປ່ຽນໄປມາໃນວິກິດການດ້ານການເມືອງທີ່ເກີດຂຶ້ນໃນຕະຫລອດອາທິດທີ່ຜ່ານມາ. ສິ່ງທີ່ໜ້າສົນໃຈທີ່ສຸດກໍ່ຄືເລື່ອງ:ລັດຖະມົນຕີການຕ່າງປະເທດ ທ່ານນາງ Julie Bishop ບໍ່ມີຊື່ໃນບັນຊີລາຍຊື່. ມາແທນໂດຍ ທ່ານນາງ Marise Payne ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຈະດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ. ທ່ານລັດຖະມົນຕີກະຊວງອຸດສາຫະກຳປ້ອງກັນປະເທດ Christopher Pyne ຈະດຳລົງຕຳແໜ່ງເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ອະດີດລັດຖະມົນຕີ ກະຊວງ ການຄ້າ ການລົງທຶນ ແລະ ທ່ອງທ່ຽວ ທ່ານ Steven Ciobo ຈະດຳລົງຕຳແໜ່ງເປັນ ລັດຖະມົນຕີ ກະຊວງ ອຸດສາຫະກຳ-ປ້ອງກັນປະເທດ.

ພ້ອມກັບເລື່ອງປະກາດບັນຊີລາຍຊື່ຄະນະລັດຖະບານໃໝ່, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຄົນໃໝ່ ກໍ່ປະກາດແຜນການ ທີ່ຈະໄປເຮັດວຽກຄັ້ງທຳອິດ ຢູ່ ຕ່າງປະເທດພາຍຫລັງຮັບດຳລົງຕຳແໜ່ງ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-406.html

In bài biết