07:35 | 31/05/2019

ກອງປະຊຸມ ເຜີຍແຜ່ກົດຫມາຍ ໃຫ້ແກ່ປະຊາຊົນ ຢູ່ ເຂດຊາຍແດນ ຫວຽດນາມ - ລາວ

ກອງປະຊຸມ ເຜີຍແຜ່ກົດຫມາຍ ໃຫ້ແກ່ປະຊາຊົນ ຢູ່ ເຂດຊາຍແດນ ຫວຽດນາມ - ລາວ

ກອງປະຊຸມກ່ຽວກັບການໂຄສະນາກົດຫມາຍສໍາລັບປະຊາຊົນຢູ່ເຂດຊາຍແດນຫວຽດນາມ - ລາວ (ພາບ: baosonlaonline)

ຄະນະຜູ້ແທນໄດ້ເຜີຍແຜ່ກ່ຽວກັບ: ກົດຫມາຍຊາຍແດນແຫ່ງຊາດ ແລະ ກົດລະບຽບຂອງຫວຽດນາມ ໃກການເຂົ້າ ແລະ ອອກເມືອງ; ກົດຫມາຍ ວ່າດ້ວຍ ການປ້ອງກັນ ແລະ ຕ້ານຢາເສບຕິດ; ກົດຫມາຍຂອງຫວຽດນາມ ສຳມະໂນຄົວ, ສັນຊາດ ແລະ ອົບພະຍົບແບບເສລີ; ຂໍ້ກຳນົດຂອງກົດຫມາຍ ສປປ ລາວ ວ່າດ້ວຍກົດຫມາຍຢາເສບຕິດ; ກົດລະບຽບ ວ່າດ້ວຍການແຕ່ງງານ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດ; ກົດລະບຽບວ່າດ້ວຍ ການອົບພະຍົບແບບເສລີ ແລະ ແຕ່ງດອງໂດຍບໍ່ໄດ້ຮັບອານຸຍາດ; ຂໍ້ກຳນົດຂອງກົດໝາຍວ່າດ້ວຍພາສີ ການໜີພາສີ ແລະ ນະໂຍບາຍດ້ານພາສີ...

ກອງປະຊຸມຈຸດປະສົງເພື່ອຍົກສູງຄວາມຮູ້ຄວາມສາມາດ ແລະ ສະຕິໃນການປະຕິບັດກົດຫມາຍຂອງປະຊາຊົນຊາຍແດນ; ຫຼຸດລົງຜ່ອນພຶດຕິກຳການລະເມີດກົດຫມາຍ, ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃນເຂດຊາຍແດນ; ເພີ່ມທະວີຮັດແໜ້ນ, ຄວາມສາມັກຄີ, ມິດຕະພາບ ລະຫວ່າງປະຊາຊົນສອງປະເທດ ແລະ ສອງແຂວງ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-4058.html

In bài biết