08:38 | 02/06/2019

ຮອງປະທານປະເທດລາວ ຕ້ອນຮັບ ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ

ຮອງປະທານປະເທດລາວ  ຕ້ອນຮັບ  ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ

ຮອງປະທານປະເທດລາວ ຕ້ອນຮັບ ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ.(ພາບ:TTXVN)

ທີ່ການຕ້ອນຮັບ, ທ່ານ ເຈິ່ນ ວັນ ຕຸ໋ຍ ໄດ້ຕາງໜ້າຄະນະ ລາຍງານກັບ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດລາວ ຮັບຊາບກ່ຽວກັບຜົນການເຮັດວຽກກ່ອນໜ້ານັ້ນກັບສະມາຄົມມິດຕະພາບລາວ-ຫວຽດນາມ, ກໍຄືທິດທາງ ແລະ ແຜນການຮ່ວມມືລະຫວ່າງສອງສູນກາງສະມາຄົມ ໃນໄລຍະຈະມາເຖິງ.

ທີ່ການຕ້ອນຮັບ, ທ່ານ ພັນຄໍາ ວິພາວັນ ໄດ້ຕີລາຄາສູງການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຢູ່ລາວ ໃນຄັ້ງນີ້; ຖືວ່າການຢ້ຽມຢາມໄດ້ປະກອບສ່ວນປຸກລະດົມ, ເພ່ີມພູນຄູນສ້າງ ແລະ ພັດທະນາການພົວພັນພິເສດລະຫວ່າງສອງປະເທດ, ເພາະວ່າການພົວພັນພິເສດ ລາວ - ຫວຽດນາມ ແມ່ນການພົວພັນທີ່ເປັນຕາຍ, ແມ່ນກົດເກນແຫ່ງການຄົງຕົວ ແລະ ພັດທະນາຂອງແຕ່ລະປະເທດ; ພ້ອມທັງຂອບໃຈພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຍາມໃດກໍໃຫ້ການຊ່ວຍເຫຼືອອັນລໍ້າຄ່າ, ໃຫຍ່ຫຼວງ, ທັນການ ແລະ ບໍ່ມີເງື່ອນໄຂແກ່ລາວ ໃນຕະຫຼອດໄລຍະຜ່ານມາ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4055.html

In bài biết