08:49 | 06/06/2019

ຊຸກຍູ້ການຮ່ວມມື ລະຫວ່າງ ກອງທັບ ຫວຽດນາມ ແລະ ລາວ

ຊຸກຍູ້ການຮ່ວມມື ລະຫວ່າງ ກອງທັບ ຫວຽດນາມ ແລະ ລາວ

ທ່ານພົນຕີ ໂງ ມິງ ຕຽນ ຕ້ອນຮັບ ທ່ານພັນເອກ ຄຳຕາ ວົງວັນດີ.(ພາບ:qdnd.vn)

ທີ່ການຕ້ອນຮັບ, ທ່ານພົນຕີ ໂງ ມິງ ຕຽນ ໄດ້ຕີລາຄາສູງໝາກຜົນການຮ່ວມມືໃນໄລຍະຜ່ານມາລະຫວ່າງກົມໂຮງຮຽນ-ກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ແລະ ກົມໂຮງຮຽນ-ກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ; ພ້ອມທັງຢືນຢັນວ່າ: ການນໍາກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະຕິບັດສຳເລັດໜ້າທີ່ຂອງແຕ່ລະຝ່າຍ, ຜ່ານນັ້ນປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງກະຊວງປ້ອງກັນປະເທດເລິກເຊິ່ງກວ່າອີກ.

ສ່ວນ ທ່ານພັນເອກ ຄຳຕາ ວົງວັນດີ ໄດ້ຕີລາຄາສູງ ແລະ ຂອບໃຈກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຊ່ວຍເຫຼືອການກໍ່ສ້າງຊັບພະຍາກອນມະນຸດຄຸນນະພາບສູງໃຫ້ກະຊວງປ້ອງກັນປະເທດລາວ ໃນຊຸມປີຜ່ານມາ, ພ້ອມທັງສະແດງຄວາມມຸ່ງຫວັງປາດຖະໜາຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອອັນລໍ້າຄ່ານີ້ໃນໄລຍະຈະມາເຖິງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4051.html

In bài biết