11:30 | 18/05/2019

ຫວຽດນາມ - ລາວ: ເພີ່ມທະວີການພົວພັນຮ່ວມມືດ້ານການໂຍທາທິການ ແລະ ຂົນສ່ົງ

ຫວຽດນາມ - ລາວ: ເພີ່ມທະວີການພົວພັນຮ່ວມມືດ້ານການໂຍທາທິການ ແລະ ຂົນສ່ົງ

ບັນຍາກາດທີ່ການເຮັດວຽກ. (ພາບ:mt.gov.vn)

ທີ່ການເຮັດວຽກ, ທ່ານ ເລດິ່ງຖໍ້ ໃຫ້ຂໍ້ສັງເກດວ່າ: ໃນໄລຍະທີ່ຜ່ານມາທັງສອງກະຊວງໄດ້ມີການຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍຂົງເຂດ, ປາດຖະໜາວ່າໃນໄລຍະຈະມາເຖິງຈະມີຫຼາຍໂຄງການຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງໄດ້ຮັບການຜັນຂະຫຍາຍ, ປະກອບສ່ວນຢັ້ງຢືນສາຍພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດເວົ້າລວມ ແລະ ສອງກະຊວງເວົ້າສະເພາະ.

ທີ່ການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນສໍາຄັນຄື: ຄໍາໝັ້ນສັນຍາສົມທົບກັນຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງສອງຝ່າຍ ແລະ ຫຼາຍຝ່າຍ, ເຫັນດີເປັນເອກະພາບຕໍ່ວິທີການຜັນຂະຫຍາຍກໍ່ສ້າງທາງດ່ວນ ຮ່າໂນ້ຍ-ວຽງຈັນ ແລະ ສະເໜີຝ່າຍຍີ່ປຸ່ນ ໃນການໜູນຊ່ວຍສ້າງບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການ; ແລກປ່ຽນ ແລະ ປະກອບຄໍາເຫັນໃສ່ບົດລາຍງານຍົກລະດັບເສັ້ນທາງຫຼວງ 18B, ແຂວງອັດຕະປື; ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດສໍາເລັດ ແລະ ລະດົມທຶນປະຕິບັດໂຄງການເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ໝູ້ຢາ-ເຕິນເອິບ-ຫວູງອ໋າງ...

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4047.html

In bài biết