15:13 | 21/05/2019

ແຂວງສະຫວັນນະເຂດ ສປປ ລາວ ສະ​ແດງ​ຄວາມ​ເຄົາ​ລົບ​ຮັກ ກະ​ຕັນ​ຍູ​ຮູ້​ບຸນ​ຄຸນ​ຕໍ່ ປະ​ທານ​ ໂຮ່ຈິ໋ມີງ

ແຂວງສະຫວັນນະເຂດ ສປປ ລາວ ສະ​ແດງ​ຄວາມ​ເຄົາ​ລົບ​ຮັກ ກະ​ຕັນ​ຍູ​ຮູ້​ບຸນ​ຄຸນ​ຕໍ່ ປະ​ທານ​ ໂຮ່ຈິ໋ມີງ

ແຂວງສະຫວັນນະເຂດ ສປປ ລາວ ສະ​ແດງ​ຄວາມ​ເຄົາ​ລົບ​ຮັກກະ​ຕັນ​ຍູ​ຮູ້​ບຸນ​ຄຸນ​ຕໍ່ ປະ​ທານ ໂຮ່ຈິ໋ມີງ.

ການຈັດຕັ້ງການວາງພວງມາລາໃນໂອກາດ​ວັນຄ້າຍວັນເກີດຂອງປະທານ ໂຮ່ຈິ໋ມີງ ແມ່ນເປັນການສ່ອງແສງເຖິງລັກສະນະປະຫວັດສາດ, ການເມືອງ, ສ່ອງແສງເຖິງມູນເຊື້ອແຫ່ງຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ-ສອງລັດ ແລະປະຊາຊົນສອງ ຊາດລາວ-ຫວຽດນາມ ໂດຍສະເພາະແມ່ນປະທານ ໂຮ່ຈິ໋ມີງ ຜູ້ນໍາຜູ້ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ແລະ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປະຊາຊົນລາວ ເປັນຜູ້ລິເລີ່ມ ແລະ ຈັດຕັ້ງຜັນຂະຫຍາຍເພີ່ມພູນຄູນສ້າງດ້ວຍດີຕະຫລອດມາ.

ແຂວງສະຫວັນນະເຂດສ້າງອະນຸສອນແຫ່ງນີ້ກໍ່ເພື່ອເປັນສະຖານທີ່ທ່ອງທ່ຽວທີ່ສໍາຄັນທາງປະຫວັດສາດຂອງສອງຊາດ ລາວ - ຫວຽດນາມ, ເປັນບ່ອນກາບໄວ້ສັກ​ກາລະບູຊາເຄົາລົບນັບຖື ແລະ ເປັນບ່ອນສຶກສາຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ແລະ ການເຄື່ອນໄຫວຂອງປະທານ ໂຮ່ຈິ໋ມີງ ຕະຫລອດໄລຍະທີ່ຜ່ານມາລວມທັງການຊີ້ນໍາໆພາຂະບວນການຕໍ່ສູ້ຕ້ານຈັກກະພັດຕ່າງດ້າວທີ່ເຂົ້າມາຮຸກຮານສອງປະເທດອ້າຍນ້ອງລາວ-ຫວຽດນາມ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4043.html

In bài biết