ມອບຂໍ້ຕົກລົງ ຮັບສັນາດຫວຽດນາມ ໃຫ້ແກ່ປະຊາຊົນລາວ ຈຳນວນ 38 ຄົນ
|
ຄະນະກຳມະການປົກຄອງ ກ່ອນຕູ່ມມອບຂໍ້ຕົກລົງ ເຂົ້າສັນສາດ ຫວຽດນາມສໍາລັບ 17ຄົນລາວ ເຊິ່ງອາໄສຢູ່ໃນເມືອງ ດັກເກີມ. (ພາບ: TTXVN)
ເຂົ້າຮ່ວມໃນພິທີປະກາດດັ່ງກ່າວ, ມີຕ່າງຫນ້າ ອຳນາດການປົກຄອງແຂວງ ເຊກອງ ແລະ ອັດຕະບື (ສປປ ລາວ). ປະຊາຊົນລາວ ທີ່ອົບພະຍົບແບບເສລີຈຳນວນໜຶ່ງ, ທີ່ກຳລັງດໍາລົງຊີວິດຢູ່ ໃນ 11 ບ້ານ, ຂອງ 3 ຄຸ້ມ ດັກ ໂມນ, ດັກ ລອງ ແລະ ດັກ ໂນ໋ງ, ເມືອງ ດັກເກຼ
ອີງຕາມຂໍ້ຕົກລົງ ສະບັບເລກທີ 561 ຂອງ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີປະຊາຊົນທັງຫມົດ ຈຳນວນ 38 ຄົນ ທີ່ໄດ້ຮັບສັນຊາດຫວຽດນາມ, ກຳລັງດໍາລົງຊີວິດ ຢູ່ ໃນ 18 ບ້ານ ຂອງ 6 ຄຸ້ມ ຂື້ນກັບ ສອງ ເມືອງ ດັກເກຼ ແລະ ຫງ້ອກ ໂຮ່ຍ, ແຂວງ ກອນ ຕູມ.
ຫລັງຈາກເມືອງ ດັກເກຼ, ຄາດວ່າໃນວັນທີ 22 ພຶດສະພາ, ຢູ່ ເມືອງ ຫງ້ອກ ໂຮ່ຍ, ກະຊວງຍຸດຕິທໍາ ກໍ່ຈະປະສານສົມທົບ ກັບ ກຳມະການປະຊາຊົນ ກອນ ຕູມ ຈັດພິທີປະກາດ ແລະ ມອບຂໍ້ຕົກລົງເຂົ້າສັນຊາດ ຫວຽດນາມ ໃຫ້ແກ່ ປະຊາຊົນລາວ ຈຳນວນ 21 ຄົນ ທີ່ອາໄສຢູ່ໃນ 3 ບ້ານຄື: ດັກຢຸກ, ດັກນົງ ແລະ ເບີ່ອີ ທີ່ຂື້ນກັບເມືອງ ຫງ້ອກໂຮ່ຍ.
(ຄຳຮຸ່ງ)