ສະຫາຍ ພົນຕີ ທອງລອຍ ສິລິວົງ ຕ້ອນຮັບ ສະຫາຍ ພົນຈັດຕະວາ ໂງ ວັນ ຢາວ
|
ສະຫາຍ ພົນຕີ ທອງລອຍ ສິລິວົງ ແລະ ສະຫາຍ ພົນຈັດຕະວາ ໂງວັນຢາວ.(ພາບ: kongthap.gov.la)
ໂອກາດນີ້, ສະຫາຍ ພົນຕີ ທອງລອຍ ສິລິວົງ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ສະຫາຍ ພົນຈັດຕະວາ ໂງວັນຢາວ ພ້ອມດ້ວຍຄະນະດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ເຊິ່ງການມາຢ້ຽມຢາມຂອງຄະນະໃນຄັ້ງນີ້ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງກອງທັບ ລາວ-ຫວຽດນາມ ກໍຄືລະຫວ່າງກົມວິທະຍາສາດ-ປະຫວັດສາດການທະຫານຂອງລາວ ແລະ ຫວຽດນາມ ທີ່ແໜ້ນແຟ້ນແລ້ວນັ້ນໃຫ້ດີຂຶ້ນກວ່າເກົ່າ, ເປັນຕົ້ນແມ່ນການຮ່ວມມືໃນຫຼາຍດ້ານ, ການຄົ້ນຄວ້າເນື້ອໃນກ່ຽວກັບປະຫວັດສາດການທະຫານ, ການປຶກສາຫາລືກ່ຽວກັບການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ, ລະດັບກາງໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ ສະຫາຍ ພົນຕີ ທອງ ລອຍ ສິລິວົງ ກໍໄດ້ອວຍພອນໃຫ້ ສະຫາຍ ພົນຈັດຕະວາ ໂງວັນຢາວ ພ້ອມດ້ວຍຄະນະຈົ່ງປະສົບຜົນສຳເລັດໃນການເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຕາມຈຸດປະສົງ ຄາດໝາຍທີ່ວາງໄວ້.
ສະຫາຍ ພົນຈັດຕະວາ ໂງວັນຢາວ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ພົນຕີ ທອງລອຍ ສິລິວົງ ໃນຄັ້ງນີ້, ພ້ອມທັງຢືນຢັນວ່າ: ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຊ່ວຍເຫຼືອ ແລະ ການພົວພັນຮ່ວມມືໃຫ້ດີທີ່ສຸດເພື່ອປະກອບສ່ວນສົ່ງເສີມ, ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ກໍຄືລະຫວ່າງສອງ ກົມວິທະຍາສາດ-ປະຫວັດສາດ ຂອງຫວຽດນາມ-ລາວ ໃຫ້ນັບມື້ບັນລຸໝາກຜົນສູງຍິ່ງຂຶ້ນ.
ໃນຕອນເຊົ້າຂອງວັນດຽວກັນນີ້, ຄະນະຜູ້ແທນກົມວິທະຍາສາດການທະຫານກະຊວງປ້ອງກັນປະເທດ ສສ ຫວຽດນາມ ກໍ ໄດ້ເຂົ້າພົບປະສອງຝ່າຍແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກັບຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດກອງທັບປະຊາຊົນລາວ, ເຊິ່ງຝ່າຍລາວນຳໂດຍ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານກອງທັບປະຊາຊົນລາວ.
(ແຫຼ່ງຂໍ້ມູນ: kongthap.gov.la)