16:46 | 17/05/2019

ຊາວໜຸ່ມຫວຽດນາມ - ລາວ: ເພີ່ມທະວີການແລກປ່ຽນມິດຕະພາບ ແລະ ພ້ອມກັນພັດທະນາ

ຊາວໜຸ່ມຫວຽດນາມ - ລາວ:  ເພີ່ມທະວີການແລກປ່ຽນມິດຕະພາບ ແລະ ພ້ອມກັນພັດທະນາ

ບັນຍາກາດທີ່ການຕ້ອນຮັບ.(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ ພັກ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນກັບລາວ, ຍາມໃດກໍ່ຮ່ວມເດີນທາງ, ຄຽງບ່າຄຽງໄຫຼ່ກັບລາວ, ຊຸກຍູ້ສາຍພົວພັນອັນດີງາມລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ. ການນຳພັກ, ລັດ ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດ ແລະ ສ້າງເງື່ອນໄຂອັນສະດວກທີ່ສຸດເພື່ອໃຫ້ແກ່ຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ມີກາລະໂອກາດພົບປະແລກປ່ຽນມິດຕະພາບ, ເພີ່ມທະວີຄວາມຮູ້ ແລະ ພ້ອມກັນພັດທະນາ.

ນອກຈາກນັ້ນ, ທ່ານ ຫວໍວັນເຖືອງ ກໍ່ໄດ້ສະເໜີໃຫ້ຄະນະຊາວໜຸ່ມສອງປະເທດຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວຢ່າງບໍ່ຢຸດຢັ້ງ, ພ້ອມທັງຊອກຫາ, ປະດິດຄິດສ້າງ, ເປີດກ້ວາງບັນດາຂົງເຂດຮ່ວມມືໃໝ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງສອງປະເທດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-4022.html

In bài biết