11:45 | 16/01/2020

ຄະນະພະນັກງານກອງບັນຊາການທະຫານແຂວງຈໍາປາສັກ ອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງຫງາຍ

ຄະນະພະນັກງານກອງບັນຊາການທະຫານແຂວງຈໍາປາສັກ ອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງຫງາຍ

ຄະນະພະນັກງານກອງບັນຊາການທະຫານແຂວງຈໍາປາສັກ ອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງຫງາຍ.(ພາບ: netnews.vn)

ທີ່ການຕ້ອນຮັບ, ຕາງໜ້າຄະນະພະນັກງານກອງບັນຊາການທະຫານແຂວງຈໍາປາສັກ, ທ່ານພັນເອກ ບຸນມາກ ວິລະວົງ ໄດ້ສົ່ງຄໍາອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງກວ໋າງຫງາຍ ຈົ່ງຢູ່ດີມີແຮງ, ສາມັກຄີ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ. ການນໍາກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຮັບຮູ້ ແລະຕີລາຄາສູງການຊ່ວຍເຫຼືອຂອງປະຊາຊົນແຂວງກວ໋າງຫງາຍ ເວົ້າລວມ ກໍ່ຄືກໍາລັງປະກອບອາວຸດແຂວງກວ໋າງຫງາຍ ເວົ້າສະເພາະໃນການຊ່ວຍເຫຼືອ, ໜູນຊ່ວຍປະຊາຊົນແຂວງຈໍາປາສັກ ພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ.

ທ່ານພັນເອກພິເສດ ຫງວຽນເຕິ໊ນເລິມ ຫົວໜ້າກອງບັນຊາການທະຫານແຂວງກວ໋າງຫງາຍ ປາດຖະໜາວ່າ ໃນໄລຍະຈະມາເຖິງກໍາລັງປະກອບອາວຸດສອງແຂວງ ສືບຕໍ່ເພີ່ມທະວີການຮ່ວມມື, ໜູນຊ່ວຍ, ຊ່ວຍເຫຼືອກັນເພື່ອປະຕິບັດສຳເລັດໜ້າທີ່ການທະຫານ, ການປ້ອງກັນຊາດຂອງສອງແຂວງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-40.html

In bài biết