00:54 | 15/05/2019

ແບງປັ່ນບົດຮຽນກ່ຽວກັບການພັດທະນາເສດຖະກິດຮ່ວມມື, ສະຫະກອນກັບລາວ

ແບງປັ່ນບົດຮຽນກ່ຽວກັບການພັດທະນາເສດຖະກິດຮ່ວມມື, ສະຫະກອນກັບລາວ

ສະຫະພັນສະຫະກອນຫວຽດນາມ ຕ້ອນຮັບຄະນະຜູ້ແທນລາວ. (ພາບ: nhandan.com.vn)


ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ບົວສອນ ບຸບຜາວັນ ຢັ້ງຢືນວ່າ, ໃນຫຼາຍປີຜ່ານມາ, ຫວຽດນາມ ແລະລາວ ຍາມໃດກໍມີການພົວພັນຮ່ວມມືພິເສດ. ໃນບໍ່ວ່າວິວັດການພັດທະນາໃດ, ສອງປະເທດຍາມໃດກໍຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນ ແລະກັນບໍ່ພຽງແຕ່ດ້ານວັດຖຸເທົ່ານັ້ນ, ຫາກຍັງແບງປັ່ນບັນດາບົດຮຽນປະສົບການທີ່ລໍ້າຄ່າອີກດ້ວຍ.

ໃນໄລຍະຜ່ານມາ, ພັກ, ລັດຫວຽດນາມ ໄດ້ມີຫຼາຍແຜນນະໂຍບາຍ, ນະໂຍບາຍຖືກຕ້ອງກັບການພັດທະນາຂອງເຂດເສດຖະກິດຮ່ວມມື, ສະຫະກອນ. ຕາມທ່ານ ຫງວຽນງອກບາວ ປະທານສະຫະພັນສະຫະກອນຫວຽດນາມ, ປະຈຸບັນ, ສະຫະພັນສະຫະກອນຫວຽດນາມ ກໍາລັງສວມບົດບາດສໍາຄັນໃນການສ້າງ ແລະພັດທະນາລະບົບສະຫະກອນ. ຜ່ານການປະຕິບັດງານຄັ້ງນີ້, ສະຫະພັນສະຫະກອນຫວຽດນາມ ກໍປາດຖະໜາຢາກແບງປັ່ນບັນດາບົດຮຽນກ່ຽວກັບການພັດທະນາເສດຖະກິດ, ສະຫະກອນຢູ່ ຫວຽດນາມ ກໍຄືຫວັງວ່າການຮ່ວມມືຫວຽດນາມ ແລະລາວ ໃນຂົງເຂດເສດຖະກິດຮ່ວມມື, ສະຫະກອນຈະປະກອບສ່ວນຊຸກຍູ້ການພັດທະນາຂອງຂົງເຂດນີ້ໃນອະນາຄົດ.

ໃນຕອນບ່າຍວັນດຽວກັນ, ທ່ານ ບົວສອນ ບຸບຜາວັນ ແລະຄະນະປະຕິບັດງານກໍໄດ້ມາຢ້ຽມຢາມບາງຮູບແບບສະຫະກອນໃໝ່ທີ່ໄດ້ຫັນປ່ຽນສໍາເລັດຜົນຕາມກົດໝາຍວ່າດ້ວຍສະຫະກອນ 2012 ຢູ່ແຂວງວີ້ງຝຸກ.


(ແຫຼ່ງ​ຂໍ້​ມູນ​: ຈາງຫງວຽນ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3998.html

In bài biết