00:54 | 14/05/2019

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ແລະ ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ແລະ ຊົມເຊີຍບັນດາຜົນງານທີ່ສຳຄັນຊຶ່ງປະເທດລາວຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ສະແດງຄວາມພາກພູມໃຈຕໍ່ສາຍພົວພັນແບບພິເສດຫວຽດນາມ-ລາວທີ່ນັບມື້ນັບພັດທະນາ, ໃນນັ້ນ ມີການປະກອບສ່ວນຢ່າງຕັ້ງໜ້າຂອງ ກະຊວງປ້ອງກັນຄວາມສະຫງົບລາວ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ສະເໜີ 2 ກະຊວງ ຈົ່ງສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ, ເພີີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະໜັບສະໜູນກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນເພື່ອຕ້ານອາດຊະຍາກຳ, ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາໃນທຸກໆຂົງເຂດ.

ສ່ວນທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຢືນຢັນວ່າ ຈະສົມທົບຢ່າງແໜ້ນແຟ້ນກັບກະຊວງຕຳຫຼວດຫວຽດນາມ ປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ ແລະ ສັນຍາຮ່ວມມືລະຫວ່າງ 2 ກະຊວງ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

Link: https://huunghivietlao.thoidai.com.vn/detail-article-3988.html

In bài biết