ບາງທັດສະນະຂອງທ່ານທູດ ສສ ຫວຽດນາມ ຕໍ່ສາຍພົວພັນພິເສດໃນການມາຢ້ຽມຢາມຂອງ ສະຫາຍ ຫງວຽນ ຟູ ຈ້ອງ
|
ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມປະຈຳ ສປປ ລາວ
ໃນວັນທີ 18 ກຸມພາ 2019 ທີ່ນະຄອນຫລວງວຽງຈັນ, ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມປະຈຳ ສປປ ລາວ ໄດ້ໃຫ້ສຳພາດຕໍ່ບັນດາສື່ມວນຊົນລາວ, ເນື່ອງໃນໂອກາດ ທີ່ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມຈະເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-25 ກຸມ ພາ 2019 ນີ້, ໂດຍ ສະຫາຍ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ໄດ້ມີຄວາມເຫັນ ແລະ ບາງທັດສະນະວ່າ: ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.
ສະຫາຍ ຫງວຽນ ບາ ຮຸ່ງໄດ້ກ່າວຕື່ມວ່າ: ນັບຕັ້ງແຕ່ສະພາແຫ່ງຊາດຫວຽດນາມໄດ້ແຕ່ງຕັ້ງໃຫ້ ສະຫາຍ ຫງວຽນ ຟູ ຈ້ອງ ເປັນປະທານປະເທດຫວຽດນາມ, ສະຫາຍກໍໄດ້ເລືອກເອົາປະເທດລາວເປັນປະເທດທຳອິດທີ່ຈະເດີນທາງມາຢ້ຽມຢາມເພາະ ສປປ ລາວ ເປັນປະເທດເພື່ອນມິດສະຫາຍອ້າຍນ້ອງຂອງຫວຽດນາມ ກ່ອນທີ່ຈະໄປຢ້ຽມຢາມປະເທດອື່ນໆ ທີ່ເປັນປະເທດມະຫາອຳນາດຄື ຈີນ, ອາລິເມກາ, ຢີປຸ່ນ ແລະ ລັດເຊຍ. ການມາຢ້ຽມຢາມຂອງ ສະຫາຍ ຫງວຽນ ຟູ ຈ້ອງ ໃນຄັ້ງນີ້, ແມ່ນຄວາມເອົາໃຈໃສ່ໃນການເສີມຂະຫຍາຍສາຍພົວພັນການຮ່ວມມືແບບພິເສດຮອບດ້ານອັນຍິ່ງໃຫຍ່ຂອງສອງປະເທດລາວ-ຫວຽດນາມ, ຫວຽດນາມ-ລາວ ອະດີດ ແລະ ປັດຈຸບັນ ແລະ ຈະເຮັດສຸດຄວາມສາມາດ ເພື່ອໃຫ້ສາຍພົວພັນມິດຕະພາບດັ່ງກ່າວເກີດດອກອອກຜົນ. ພ້ອມດຽວກັນນີ້, ຍັງຈະມີການອອກຖະແຫລງການພິເສດ ລະຫວ່າງ ສອງປະເທດຫວຽດນາມ-ລາວນຳອີກເພື່ອໃຫ້ທົ່ວໂລກໄດ້ຮັບຮູ້ເຖິງສາຍພົວພັນພິເສດ ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ແບບໜຶ່ງບໍ່ມີສອງ, ເຊິ່ງເປັນສາຍພົວພັນພິເສດທີ່ສຸດ ແລະ ຈະສືບຕໍ່ຮັດແໜ້ນສາຍພົວພັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ສະຫາຍ ຫງວຽນ ຟູ ຈ້ອງ ຍັງຈະໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ແລະ ບັນດາການນຳລະດັບສູງຂອງລາວນຳອີກເພື່ອແລກປ່ຽນບາງບັນຫາ ແລະ ເພີ່ມທະວີສາຍພົວພັນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ເກີດດອກອອກຜົນ ແລະ ໃຫ້ມີຮັບປະສິດທິພາບ, ພ້ອມຍົກສູງການຮ່ວມມືໃນຫລາຍຂົງເຂດໃຫ້ນັບມື້ເລິກເຊິ່ງຍິ່ງໆຂຶ້ນ. ຄາດວ່າການຢ້ຽມຢາມຄັ້ງນີ້, ສອງຝ່າຍຍັງຈະມີການລົງນາມຂໍ້ຕົກລົງຫລາຍສະບັບຮ່ວມກັນ.
(ແຫຼ່ງຂໍ້ມູນ: ຂປລ)