ທ່ານ ນາງ ຫງວຽນ ຖີ້ ກິມ ເງີນ ປະທານສະພາແຫ່ງຊາດ ສສ ຫວຽດນາມພົບປະກັບທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ
![]() |
ທ່ານ ນາງ ຫງວຽນ ຖີ້ ກິມ ເງີນ ປະທານສະພາແຫ່ງຊາດ ສສ ຫວຽດນາມພົບປະກັບທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ (ພາບ: baotintuc.vn)
ທີ່ການພົບປະໃນຄັ້ງນີ້, ທ່ານ ນາງ ຫງວຽນ ຖີ້ ກິມ ເງີນ ປະທານສະພາແຫ່ງຊາດຫວຽດນາມໄດ້ເນັ້ນຫນັກວ່າ: ການພົວພັນດ້ານການຮ່ວມມືລະຫວ່າງສອງສະພາແຫ່ງຊາດໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເປັນຮູບປະທໍາໃນຊຸມປີຜ່ານມາ. ໄດ້ມີການຈັດຕັ້ງປະຕິບັດສັນຍາການຮ່ວມມືທີ່ໄດ້ເຊັນກັນ ລະຫວ່າງ ສອງສະພາແຫ່ງຊາດໃນ ປີ 2017, ທັງສອງຝ່າຍໄດ້ແບ່ງປັນປະສົບການທີ່ສໍາຄັນຈໍານວນຫນຶ່ງໃນວຽກງານສ້າງກົດຫມາຍ.
ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວກໍ່ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາທັງສອງຝ່າຍໄດ້ມີການພົວພັນສອງຝ່າຍກັບການເພີ່ມທະວີການແລກປ່ຽນລະດັບສູງ ແລະ ແຕ່ລະຂັ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍ່ຫວັງວ່າໃນ ປີ 2019 ນີ້, ທັງສອງຝ່າຍຈະສືບຕໍ່ມີການພົວພັນຮ່ວມມືນັບມື້ນັບມີການພັດທະນາຢ່າງມີປະສິດທິຜົນ ແລະ ເປັນຮູບປະທໍາ. ຄຽງຄູ່ກັບການສືບຕໍ່ປະຕິບັດກິດຈະກໍາຮ່ວມມືຕ່າງໆເຊັ່ນການແລກປ່ຽນຄະນະຜູ້ແທນ, ທັງສອງຝ່າຍຄວນສືບຕໍ່ມີການຈັດຕັ້ງການສໍາມະນາ ແລະ ກອງປະຊຸມທີ່ມີເນື້ອຫາທີ່ມີຄຸນນະພາບສູງ; ສືບຕໍ່ມີການປະສານງານເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມນໍາກັນ.
ທ່ານ ນາງ ປານີ ຢາທໍ່ຕູ້ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດຫວຽດນາມທີ່ໄດ້ມີການຊ່ວຍເຫຼືອສະພາແຫ່ງຊາດລາວໃນດ້ານແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການໃນການປັບປຸງ ແລະ ຍົກສູງຄຸນນະພາບກອງປະຊຸມຂອງສະພາແຫ່ງຊາດ, ສະພາປະຊາຊົນ, ການຮ່ວມມື ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ ໃນດ້ານວຽກງານ. ຈາກຜົນທີ່ໄດ້ຮັບຂອງການຮ່ວມມືນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວກໍ່ມີຄວາມຫວັງວ່າໃນປີ 2019 ແລະ ໃນຫຼາຍປີຕໍ່ໄປ, ສະພາແຫ່ງຊາດຂອງສອງປະເທດຈະສືບຕໍ່ຍຸ້ແຮງການຮ່ວມມືກໍ່ຄືການແລກປ່ຽນບັນດາບັນຫາຢ່າງລະອຽດ ແລະ ເປັນຮູບປະທໍາ.
ສະແດງຄວາມຍິນດີຕໍ່ມູນຄ່າການຄ້າສອງຝ່າຍນັບມື້ນັບມີການເພີ່ມຂຶ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຫວັງວ່າຄະນະກໍາມະການຂອງສະພາແຫ່ງຊາດສອງປະເທດຈະມີການຮ່ວມມືໃນການຕິດຕາມການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງຜູ້ນໍາຂັ້ນສູງຂອງສອງປະເທດເພື່ອມີການແກ້ໄຂບັນດາຂໍ້ອຸປະສັກຢ່າງທັນເວລາ, ສ້າງຄວາມສະດວກໃຫ້ແກ່ການແກ້ໄຂບັນດາລະບຽບການໃນເຂດຊາຍແດນຂອງສອງປະເທດ, ສືບຕໍ່ມີການປະກອບສ່ວນໃນການເພີ່ມມູນຄ່າການຄ້າຂອງສອງປະເທດຫວຽດນາມ - ລາວ, ກໍ່ຄືການຊຸກຍຸ້ການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງປະເທດໃຫ້ນັບມື້ນັບມີການພັດທະນາ.
ທ່ານ ນາງ ຫງວຽນ ຖີ້ ກິມ ເງີນ ປະທານສະພາແຫ່ງຊາດຫວຽດນາມກໍ່ໄດ້ເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວກ່ຽວກັບການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ, ສະພາປະຊາຊົນສອງປະເທດ. ໃນນັ້ນ, ສະພາແຫ່ງຊາດສອງປະເທດໄດ້ເຫັນດີເພີ່ມທະວີການຮ່ວມມື, ແບ່ງປັ່ນບົດຮຽນຕາມຫົວເລື່ອງຢູ່ແຕ່ລະຂັ້ນ, ແຕ່ລະ ຄະນະກໍາມາທິການ, ກຸ່ມສະມາຊິກສະພາແຫ່ງຊາດຂອງສອງປະເທດ ແລະ ສະພາປະຊາຊົນ ຢູ່ບາງທ້ອງຖິ່ນອາດຈະມີການແລກປ່ຽນບົດຮຽນລະອຽດໃນຂົງເຂດການເຄື່ອນໄຫວຂອງຕົນ. ທ່ານ ນາງ ປານີ ຢາທໍ່ຕູ້ ກໍ່ໄດ້ຢັ້ງຢືນວ່າ: ໃນຜົນສໍາເລັດລວມຂອງການພົວພັນລະຫວ່າງຫວຽດນາມ - ລາວ ກໍ່ແມ່ນມີການປະກອບສ່ວນອັນສໍາຄັນຂອງສະພາແຫ່ງຊາດສອງປະເທດ. ທ່ານນາງ ປານີ ຢາທໍ່ຕູ້ ປາດຖະໜາວ່າ ສະພາແຫ່ງຊາດສອງປະເທດຈະສືບຕໍ່ພັດທະນາການພົວພັນຮ່ວມມືໃຫ້ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ.
(ໄຊພອນ)