ພິທີເຊັນບົດບັນທຶກ ມອບ-ຮັບ ແຜນວາດໂຄງການ ແລະ ແບ່ງງານການຄຸ້ມຄອງ, ປົກປ້ອງຊາຍແດນແຫ່ງຊາດໃຫ້ແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ
|
ຄະນະຊີ້ນໍາວຽກງານ ຊາຍແດນລາວ - ຫວຽດນາມແຂວງ ດ້ຽນບ່ຽນມອບຮັບແບບແຕ້ມໂຄງການ ແລະ ແບ່ງງານການຄຸ້ມຄອງ, ປົກປ້ອງຊາຍແດນແຫ່ງຊາດໃຫ້ແຂວງຜົ້ງສາລີ
ທີ່ກອງປະຊຸມ, ທ່ານ ເລ ແທ່ງ ໂດ ໄດ້ລາຍງານບັນດາເນື້ອໃນຂອງແຜນການ ເພື່ອແນໃສ່ການເພີ່ມທະວີ ລະບົບຊາຍແດນແຫ່ງຊາດ ຂອງຫວຽດນາມ - ລາວ ທີ່ໄດ້ຮັບການປະຕິບັດ ໂດຍ ລັດຖະບານສອງປະເທດນັບແຕ່ປີ 2008. ຍ້ອນແນວນັ້ນ, ແຂວງ ດ້ຽນບ່ຽນ ແລະ ສອງແຂວງ: ຜົ້ງສາລີ ແລະ ຫຼວງພະບາງ ໄດ້ຮັບການປະສານງານຢ່າງແໜ້ນແຟ້ນ ແລະ ພະຍາຍາມທີ່ຈະປະຕິບັດວຽກງານກໍ່ສ້າງຫຼັກແດນ, ແບ່ງງານຄຸ້ມຄອງ ແລະ ປ້ອງກັນຊາຍແດນ ລະຫວ່າງສອງປະເທດ. ໃນປັດຈຸບັນ, ແຜນການດັ່ງກ່າວໄດ້ສໍາເລັດໃນພາກສະຫນາມ. ແຂວງ ດ້ຽນບ່ຽນ ປະຈຸບັນສຳເລັດ ການກໍ່ສ້າງຫຼັກໝາຍຊາຍແດນ ຈຳນວນ 25 ຫຼັກ / 31 ຫຼັກແດນ ທີ່ຊາຍແດນຕິດກັບແຂວງຫຼວງພະບາງ ແລະ 119 ຫັຼັກແດນ / 125 ຫຼັກແດນ ທີ່ຊາຍແດນຕິດກັບແຂວງ ຜົ້ງສາລີ.
ລະບົບຊາຍແດນແຫ່ງຊາດຈະແຈ້ງ, ຈະສ້າງເງື່ອນໄຂໃຫ້ແຂວງ ເພີ່ມທະວີການຮ່ວມມືສອງຝ່າຍ ເພື່ອປົກປັກຮັກສາອຳນາດອະທິປະໄຕ, ຄວາມຫມັ້ນຄົງຊາຍແດນລະຫວ່າງຫວຽດນາມ ແລະ ລາວ. ທ່ານ ເລ ແທ່ງ ໂດ ໄດ້ສະເໜີນຳຄະນະຜູ້ນໍາຂອງສອງແຂວງວ່າ: ແຂວງຫຼວງພະບາງ ແລະ ຜົ້ງສາລີ ຈະແລກປ່ຽນບັນດາຂໍ້ຕົກລົງກ່ຽວກັບການຄຸ້ມຄອງ ແລະ ປົກປ້ອງຫຼັກຫມາຍຊາຍແດນແຫ່ງຊາດ ເພື່ອບັນລຸໄດ້ຮັບຂໍ້ຕົກລົງນຳກັນ ແລະ ເຊັນບົດບັນທຶກການມອບ-ຮັບ ແຜນວາດໂຄງການ ລະຫວ່າງບັນດາແຂວງ.
ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ ວົງສະຫວັນ ເທບພະຈັນ - ຮອງເຈົ້າແຂວງ, ຫົວຫນ້າຄະນະຊີ້ນໍາວຽກງານ ຊາຍແດນລາວ - ຫວຽດນາມແຂວງຫຼວງພະບາງ ແລະ ທ່ານ ເພງລີ ລະວົງ - ຮອງເຈົ້າແຂວງ, ຫົວຫນ້າຄະນະຊີ້ນໍາວຽກງານ ຊາຍແດນລາວ - ຫວຽດນາມແຂວງ ຜົ້ງສາລີ ໄດ້ສະແດງຄວາມເຫັນດີ ຕໍ່ກັບການປະເມີນ ແລະ ການແລກປ່ຽນ ຂອງແຂວງ ດ້ຽນບ່ຽນ, ພ້ອມກັນນັ້ນ, ກໍ່ໄດ້ເຊັນບົດບັນທຶກການມອບ-ຮັບ ແຜນວາດໂຄງການ ແລະ ແບ່ງງານການຄຸ້ມຄອງ, ປ້ອງກັນຊາຍແດນແຫ່ງຊາດ ລະຫວ່າງ ແຂວງ ດ້ຽນບ່ຽນ ກັບ ແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ.
(ຄຳຮຸ່ງ)