00:54 | 14/05/2019

ສານສະແດງຄວາມຂອບໃຈຂອງສະຫາຍ ຫງວຽນ ຟູ ຈ້ອງ ສົ່ງໄປຍັງ ສະຫາຍ ບຸນຍັງ ວໍລະຈິດ

ສານສະແດງຄວາມຂອບໃຈຂອງສະຫາຍ ຫງວຽນ ຟູ ຈ້ອງ ສົ່ງໄປຍັງ ສະຫາຍ ບຸນຍັງ ວໍລະຈິດ

ສະຫາຍ ຫງວຽນ ຟູ ຈ້ອງ

ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຂອບໃຈເຖິງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 25 ກຸມພານີ້ ເນື້ອໃນສານລະບຸວ່າ:

ພາຍຫຼັງສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ຂ້າພະເຈົ້າ ແລະ ຄະນະຜູ້ແທນຂັ້ນສູງຫວຽດ ນາມຂໍກ່າວຄຳອຳລາ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະຫາຍ ແລະ ບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສົມກຽດ, ຮອບຄອບ, ສະໜິດສະໜົມຊຶ່ງສະແດງອອກເຖິງຄວາມມີຊີວິດຊີວາແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ.

ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ, ຜົນສຳເລັດອັນຈົບງາມຂອງການຢ້ຽມຢາມຄັ້ງນີ້ຈະເປັນການປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຕົວຈິງໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການ ພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ປະຊາຊົນລາວອ້າຍນ້ອງ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປະຊາຊົນ ປະຕິວັດລາວວາງອອກຢ່າງມີໄຊ; ສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມຢ່າງມີຜົນສຳເລັດ.

ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ອວຍພອນໃຫ້ສະຫາຍ ແລະ ບັນດາສະຫາຍການນຳຂອງພັກ ແລະ ລັດ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ການງານອັນສູງສົ່ງຂອງຕົນ.

ຫງວຽນ ຟູ ຈ້ອງ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3976.html

In bài biết