00:54 | 13/05/2019

ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເຂົ້າອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ

ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເຂົ້າອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ

ທ່ານ ພົນໂທ ຫງວຽນ ຈ້ອງ ເຫງັ້ຍ ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ

ທ່ານ ພົນໂທ ຫງວຽນ ຈ້ອງ ເຫງັ້ຍ ໃຫ້ຮູ້ວ່າ: ສສ ຫວຽດນາມ ກໍ່ຖືວັນທີ 20 ເດືອນມັງກອນແມ່ນວັນບຸນໃຫຍ່ຂອງຕົນ. ເພາະສະນັ້ນ, ສສ ຫວຽດນາມ ກໍາລັງມີການຈັດຕັ້ງຫຼາຍກິດຈະກໍາທີ່ມີຄວາມໝາຍຢ່າງແທດຈິງເພື່ອຂ່ຳນັບຊົມເຊີຍ ແລະ ກໍ່ຖືໂອກາດນີ້ເພື່ອມີການສຶກສາລຸ້ນໜຸ່ມກ່ຽວກັບສາຍພົວພັນມິດຕະພາບອັນເປັນພິເສດລະຫວ່າງກອງທັບ ແລະ ປະຊາຊົນ ຂອງສອງປະເທດຫວຽດນາມ ແລະ ລາວ

ໄດ້ກ່າວສະແດງຄວາມຂອບອົບຂອບໃຈຕໍ່ການນຳກະຊວງປ້ອງກັນປະເທດຫວຽດນາມ, ທ່ານ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ກໍ່ໄດ້ຢືນຢັນວ່າ: ໃນຖານະຕຳແໜ່ງປະຕິບັດງານຂອງຕົນຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນເພື່ອມີການພັດທະນາ ແລະ ການປົກປັກຮັກສາສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ນ້ຳໃຈສາມັກຄີອັນເປັນພິເສດລະຫວ່າງກອງທັບ ແລະ ປະຊາຊົນ ສອງປະເທດຫວຽດນາມ ແລະ ລາວໃຫ້ແກ່ຄົນລຸ້ນຫຼັງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3953.html

In bài biết