00:54 | 13/05/2019

ທ່ານນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ທ່ານ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ

ທ່ານນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ທ່ານ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ

ທ່ານ ນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມຕ້ອນຮັບທ່ານ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ. (ພາບ: quochoi.vn)

ທ່ານນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມສະແດງຄວາມຍິນດີຕ້ອນຮັບທ່ານ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວພ້ອມດ້ວຍຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ໂດຍສະເພາະແມ່ນລະຫວ່າງສາຍພົວພັນຮ່ວມມື ແລະ ສາມັກຄີມິດຕະພາບອັນພິເສດສອງປະເທດກໍາລັງສືບຕໍ່ພັດທະນາທັງໃນຄວາມກວ້າງ ແລະ ຄວາມເລິກ. ໃນເວລາຜ່ານມາ, ໄດ້ມີການຢ້ຽມຢາມຢ່າງເປັນທາງການລະຫວ່າງບັນດາຜູ້ນໍາຂອງສອງປະເທດ ແລະ ການພົບປະຂອງບັນດາກະຊວງ ແລະ ຂະແຫນງການຂອງສອງປະເທດ, ທັງສອງຝ່າຍໄດ້ຢືນຢັນຄວາມມຸ່ງຫມັ້ນທີ່ຈະສືບຕໍ່ຮັດແໜ້ນສາຍພົວພັນອັນແໜ້ນແຟ້ນແຫ່ງຄວາມສາມັກຄີພິເສດລະຫ່າງລາວ - ຫວຽດນາມ.

ທ່ານ ນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມເນັ້ນໜັກວ່າ: ພັກ ແລະ ລັດ ສສ ຫວຽດນາມ ຖືສໍາຄັນໃນການເພີ່ມພູນຄູນສ້າງການຮ່ວມມືອັນເປັນມູນເຊື້ອ ແລະ ຮອບດ້ານລະຫວ່າງສອງປະເທດຕະຫລອດໄປ; ສ້າງຄວາມສະດວກໃຫ້ແກ່ບັນດາກະຊວງ, ຂະແໜງການເພື່ອປະສົບຜົນສໍາເລັດໃນໜ້າທີ່ການເມືອງທີ່ໄດ້ມອບໝາຍ, ວິສາຫະກິດຂອງສອງປະເທດປະສົບຜົນສໍາເລັດໃນໜ້າທີ່ພັດທະນາເສດຖະກິດ, ຈາກນັ້ນ, ໄດ້ປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍການຕ່າງປະເທດທີ່ສອດຄ່ອງຂອງສອງປະເທດໃນການເພີ່ມທະວີການພົວພັນສາມັກຄີອັນພິເສດ, ຕິດພັນກັບຄວາມໄວ້ວາງໃຈ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ.

ທ່ານນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ທ່ານ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ

ທ່ານ ນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມຕີລາຄາສູງຕໍ່ການຮ່ວມມືລະຫວ່າງສໍານັກຂ່າວສານຫວຽດນາມ ແລະ ສໍານັກຂ່າວສານປະເທດລາວ. (ພາບ: quochoi.vn)

ດ້ວຍຄວາມດີໃຈທີ່ໄດ້ເຫັນວ່າສາຍພົວພັນໃກ້ຊິດລະຫວ່າງສໍານັກຂ່າວສານຫວຽດນາມ ແລະ ສໍານັກຂ່າວສານລາວໄດ້ສືບຕໍ່ຮັບການພັດທະນາເພີ່ມຂື້ນດ້ວຍຫຼາຍກິດຈະກໍາຮ່ວມມືເປັນຮູບປະທໍາ, ທ່ານ ນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມໄດ້ສະເໜີສໍານັກຂ່າວສານຫວຽດນາມ ແລະ ສໍານັກຂ່າວສານລາວກໍ່ຕ້ອງເຮັດໜ້າທີ່ວຽກງານຂອງຕົນທີ່ດີໃນການສະໜອງຂໍ້ມູນຂ່າວສານນຕ້ອງໃຫ້ມີຄວາມຖືກຕ້ອງ, ຊັດເຈນ, ທັນເວລາມາໃຫ້ແກ່ລະບົບສື່ມວນຊົນທ້ອງຖິ່ນ, ພ້ອມກັນນັ້ນກໍ່ຕ້ອງມີການເພີ່ມທະວີການໂຄສະນາເຜີຍແຜ່ແນວທາງ ແລະ ນະໂຍບາຍຂອງສອງປະເທດ; ໂຄສະນາເຜີຍແຜ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ລາວ ກັບຫມູ່ເພື່ອນຕ່າງປະເທດ. ດັ່ງນັ້ນ, ທັງສອງອົງການຕ້ອງສືບຕໍ່ຮັກສາກິດຈະກໍາການຮ່ວມມືອັນເປັນມູນເຊື້ອກໍ່ຄືຄວາມຕ້ອງການໃນການແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອຕອບສະຫນອງດ້ານຂໍ້ມູນຂ່າວສານຂອງແຕ່ລະປະເທດໃນສະຖານະການໃຫມ່.

ທ່ານ ນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມເຊື່ອວ່າດ້ວຍການຮ່ວມມືອັນເປັນມູນເຊື້ອ, ສໍານັກຂ່າວສານຫວຽດນາມ ແລະ ສໍານັກຂ່າວສານຂອງລາວຈະສືບຕໍ່ມີການປັບປຸງປ່ຽນແປງໃໝ່, ການປະຕິບັດບັນດາເນື້ອໃນດ້ານການຮ່ວມມືຢ່າງມີປະສິດທິຜົນໃນສະເພາະໜ້າ, ການຮັກສາພາລະບົດບາດເປັນອົງການຂ່າວສານທີ່ສໍາຄັນຂອງຫວຽດນາມ ແລະ ລາວ ກໍ່ຄືການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນອັນພິເສດລະຫວ່າງປະຊາຊົນຂອງສອງປະເທດ.

ທ່ານນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ທ່ານ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ

ບັນຍາກາດການພົບປະ. (ພາບ: quochoi.vn)

ທ່ານ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ ສະແດງຄວາມຂອບອົບຂອບໃຈຕໍ່ ທ່ານນາງ ຕ່ອງ ຖີ້ ຝອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ທີ່ໄດ້ເສຍສະຫຼະເວລາອັນລໍ້າຄ່າໃຫ້ການຕ້ອນຮັບຄະນະ ແລະ ໄດ້ກ່າວວ່າ: ສໍານັກຂ່າວສານປະເທດລາວຫາກໍ່ມີການສະເຫຼີມສະຫຼອງຄົບຮອບ 5 ປີ ຂອງຕົນ. ທ່ານ ສູນທອນ ຄັນທະວົງ ກໍ່ຕີລາຄາສູງໃນການຮ່ວມມື ແລະ ການສະຫນັບສະຫນູນຂອງສໍານັກຂ່າວສານຫວຽດນາມ, ສໍານັກຂ່າວສານປະເທດລາວໄດ້ບັນລຸຜົນສໍາເລັດໃນຫຼາຍດ້ານ, ສະຫນອງຂໍ້ມູນຂ່າວສານທີ່ຖືກຕ້ອງ, ຊັດເຈນ, ທັນເວລາ. ທ່ານ ສູນທອນ ຄັນທະວົງ ກໍ່ໄດ້ສະເໜີໃຫ້ຫວຽດນາມສືບຕໍ່ເອົາໃຈໃສ່ ແລະ ສະຫນັບສະຫນູນໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຕອບສະຫນອງຄວາມຕ້ອງການໃນການພັດະນາຂອງສໍານັກຂ່າວສານປະເທດລາວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3951.html

In bài biết