19:29 | 29/04/2019

ສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມການຮ່ວມມືສ້າງກົດໝາຍ ເຊື່ອມໂຍງສາກົນ

ສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມການຮ່ວມມືສ້າງກົດໝາຍ ເຊື່ອມໂຍງສາກົນ

ບັນຍາກາດກອງປະຊຸມ ສອງຝ່າຍລາວ-ຫວຽດນາມ.

ໃນການພົບປະຫາລືຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ເສີມຂະຫຍາຍຜົນສຳເລັດ ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດ ນາມ ຫງວຽນ ຝູ ຈ້ອງ ແລະ ບັນດາຜົນງານ ການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະ ເທດ; ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ຍັງເຫັນວ່າສອງຝ່າຍ ຄວນມີການຄົ້ນຄວ້າ ແລະ ຜັນຂະຫຍາຍ ບັນດາການເຄື່ອນໄຫວ ຮ່ວມມືໃໝ່, ທັງເອົາໃຈໃສ່ເປັນພິເສດ ເຖິງການແລກປ່ຽນບົດຮຽນ ໃນວຽກງານສ້າງກົດໝາຍ ເພື່ອຮັບໃຊ້ການເຊື່ອມໂຍງເຂົ້າກັບສາກົນ.

ໂອກາດນີ້, ທ່ານ ນາງ ຕ່ອງ ທິ ຟ໊ອງ ຢືນຢັນວ່າ: ການນຳສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບສະພາ ແຫ່ງຊາດລາວ ໂດຍສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ່ມ ທະວີການ ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນໃນຂົງເຂດນິຕິບັນຍັດ ກໍຄືການປະຕິບັດ ບັນດາພາລະໜ້າທີ່ ຕິດຕາມກວດກາ ແລະ ຕັດສິນໃຈບັນດາບັນຫາໃຫຍ່ ຂອງປະເທດຊາດ.

ໂອກາດດຽວກັນ, ທ່ານ ສົມພັນ ແພງຄຳມີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນສະພາແຫ່ງຊາດລາວ ພວມກະກຽມການເລືອກຕັ້ງ ສະພາແຫ່ງຊາດຊຸດໃໝ່ ເຊິ່ງຈະດຳເນີນໃນປີ 2021 ໂດຍສະພາແຫ່ງຊາດລາວ ປາຖະໜາ ຢາກໃຫ້ ສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນ ຊ່ວຍສະພາແຫ່ງຊາດລາວ ເຄື່ອນໄຫວນັບມື້ນັບບັນລຸ ໄດ້ປະສິດທິຜົນສູງກ່ວາເກົ່າ, ພ້ອມທັງແບ່ງປັນບົດຮຽນ ການເລືອກຕັ້ງ ແລະ ການເຄື່ອນ ໄຫວຂອງສະພາ ປະຊາຊົນ ທຸກຂັ້ນ.

(ແຫຼ່ງ​ຂໍ້​ມູນ​: ບຸນເຫລືອ/ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-3944.html

In bài biết