10:04 | 10/05/2019

ຫົວໜ້າການເມືອງ ວປກ ຕ້ອນຮັບຄະນະຜູ້ແທນໂຮງຮຽນນາຍທະຫານການເມືອງກອງທັບປະຊາຊົນຫວຽດນາມ

ຫົວໜ້າການເມືອງ ວປກ ຕ້ອນຮັບຄະນະຜູ້ແທນໂຮງຮຽນນາຍທະຫານການເມືອງກອງທັບປະຊາຊົນຫວຽດນາມ

ສະຫາຍ ພົນຕີ ຄຳຫລ້າ ພັນໄຊ ຍະສຸກ ແລະ ສະຫາຍ ພົນຕີ ຫງວຽນ ວັນ ດູ

ທີ່ການຕ້ອນຮັບ, ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ເປັນ ກັນເອງ, ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ຮ່ວມເຮັດວຽກໃນຄັ້ງນີ້ຂອງຄະນະຜູ້ແທນໂຮງຮຽນນາຍທະຫານການເມືອງກອງທັບປະຊາຊົນຫວຽດນາມ. ທີ່ການຕ້ອນຮັບ, ທັງສອງຝ່າຍຍັງໄດ້ສະເໜີສະພາບຈຸດພິເສດທີ່ຕັ້ງພາລະບົດບາດໂດຍລວມໃຫ້ກັນ ແລະ ກັນໄດ້ຮັບຊາບ.

ການເດີນທາງມາຢ້ຽມຢາມຂອງຄະນະຜູ້ແທນໂຮງຮຽນນາຍທະຫານການເມືອງກອງທັບປະຊາຊົນຫວຽດນາມໃນຄັ້ງ ນີ້ໄດ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍ ພົວພັນມິດຕະພາບ, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງ ສອງຊາດ, ກອງກອງທັບ ລາວ - ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ແຕກດອກອອກຜົນ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3938.html

In bài biết