00:54 | 13/05/2019

ຄະນະຜູ້ແທນເມືອງດັກຈືງ, ແຂວງເຊກອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດໃຫ້ແກ່ເມືອງດັກໄລ ສສ ຫວຽດນາມ

ຄະນະຜູ້ແທນເມືອງດັກຈືງ, ແຂວງເຊກອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດໃຫ້ແກ່ເມືອງດັກໄລ ສສ ຫວຽດນາມ

ຄະນະຜູ້ແທນເມືອງດັກຈືງ ແຂວງເຊກອງ ສປປ ລາວ ອວຍພອນປີໃໝ່ຫວຽດນາມໃຫ້ແກ່ເມືອງດັກໄລ

  
  
  
  
ໃນບັນຍາກາດເຕັ່ມໄປດ້ວຍຄວາມມິດຕະພາບ, ການນໍາຂອງສອງເມືອງໄດ້ແຈ້ງໃຫ້ກັນໄດ້ຊາບກ່ຽວກັບສະຖານະການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ຄວາມປອດໄພ ແລະ ປ້ອງກັນຊາດໃນ ປີ 2018 ຂອງແຕ່ລະເມືອງ.
ສອງຝ່າຍມີຄວາມຫວັງວ່າໃນເວລາຕໍ່ໜ້າເມືອງດັກຈືງ ແລະ ເມືອງດັກໄລ ຈະສືບຕໍ່ໄດ້ຮັບການເພີ່ມທະວີດ້ານການພົວພັນ ແລະ ນັບມື້ນັບເຂົ້າໃນຄວາມເລີກ;  ປະກອບສ່ວນໃນການສະໜັບສະໜູນເຊິ່ງກັນ ແລະ ກັນເພື່ອໄດ້ຮັບຄວາມພັດທະນາຮ່ວມກັນໃນດ້ານວັດທະນະທໍາ, ສັງຄົມ, ຮັກສາຄວາມປອດໄພ ແລະ ປ້ອງກັນຊາດ.
ເນື່ອງໃນໂອກາດປີໃໝ່ຫວຽດນາມ 2019, ຄະນະປຜູ້ແທນເມືອງດັກຈືງໄດ້ມອບຂອງຂວັນໃຫ້ແກ່ພະນັກງານ ແລະ ປະຊາຊົນເມືອງດັກໄລ, ພ້ອມກັນນັ້ນກໍ່ອວຍພອນໃຫ້ການພົວພັນມິດຕະພາບອັນພິເສດລະຫວ່າງສອງເມືອງຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. 

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3936.html

In bài biết