ໄຊຊະນະຂອງກອງທັບປະຊາຊົນລາວ ຕິດພັນກັບການຊ່ວຍເຫຼືອຂອງ ຫວຽດນາມ
ເນື່ອງໃນໂອກາດ ມາເຂົ້າຮ່ວມ ງານສະເຫຼີມສະຫຼອງຄົບຮອບ 70 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ, ຕອນບ່າຍວັນທີ 19 ມັງກອນ, ຢູ່ນະຄອນຫລວງວຽງຈັນ, ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ພົນຈັດຕະວາ ຮວິ່ງ ດັກເຮືອງ
ຫົວຫນ້າຄະນະພົວພັນແຫ່ງຊາດ ທະຫານອາສາສະຫມັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ, ພ້ອມຄະນະຜູ້ແທນທະຫານອາສາສະຫມັກແລະ ຊ່ຽວຊານຫວຽດນາມປະຈໍາຢູ່ລາວ.
|
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ທ່ານ ພົນໂທ ຫງວ໋ຽນ ກວກເທືອກ
ໃນນາມຕ່າງໜ້າຄະນະຜູ້ແທນອາສາສະຫມັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ, ພົຈຕວ ຮວິ່ງ ດັກເຮືອງ ໄດ້ມອບແຜນທີ່ການທະຫານໃຫ້ກະຊວງປ້ອງກັນປະເທດລາວ, ແຜນທີ່ໄດ້ບັນທຶກຈຸດ ປະຫວັດສາດ ທີ່ເປັນໄຊຊະນະອັນຫຍິ່ງໃຫຍ່ຂອງທະຫານປະເທດລາວແລະ ສສ ຫວຽດນາມໃນປີ 1975.
|
ພົນເອກ ຈັນສະໝອນ ຈັນຍາລາດ ໃຫ້ກຽດຕ້ອນຮັບ ພົນຈັດຕະວາ ຮວິ່ງ ດັກເຮືອງ.
ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ ໃນໂອກາດມາຮ່ວມ ສະເຫຼີມສະຫຼອງວັນຄົບຮອບ 70 ປີວັນສ້າງຕັ້ງກອງທັບປະຊາຊົນລາວ, ພົນເອກ ຈັນສະໝອນ ຈັນຍາລາດ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນລາວ ມີຄວາມຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ການເສຍສະຫຼະຂອງບັນດາທະຫານອາສາ ແລະ ບັນດາ ຊ່ຽວຊານແຫ່ງ ສສ ຫວຽດນາມ ໃນສົງຄາມຕໍ່ສູ້ຍາດເອົາເອກກະລາດ ສອງຄັ້ງ, ກໍ່ຄືໃນການສ້າງສາ ແລະ ພັດທະນາ ສະທາລະນະລັດ-ສັງຄົມນິຍົມໃນປະຈຸບັນ.
|
ລວມພາບຂອງກອງປະຊຸມ
ຕ່າງໜ້າພັກ, ລັດ ແລະ ກອງທັບປະຊາຊົນລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ທະຫານ,ນັກຮົບອາສາສະຫມັກ, ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະແລະຕໍ່ສູ້ ເພື່ອປະກອບສ່ວນເຂົ້າໃນການໄຊຊະນະອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ; ຢັ້ງຢືນວ່າບັນດາໄຊຊະນະຂອງກອງທັບປະຊາຊົນລາວ ຍາມໃດກໍ່ຕິດພັນ ກັບການຊ່ວຍເຫຼືອ ຂອງທະຫານນັກຮົບອາສາສະຫມັກ ແລະ ຊ່ຽວຊານຂອງ ສສ ຫວຽດນາມ.
|
ພາບໃນງານຕ້ອນຮັບ ຄະນະທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ ຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ.
ຫວນຄືນເຖິງອາດີດ ຂອງການຕໍ່ສູ້ຄຽງບ່າຄຽງໄລ່ກັບ ນັກຮົບ, ທະຫານອາສາຫວຽດນາມ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຫວັງເປັນຢ່າງຍິ່ງວ່າບັນດາທະຫານນັກຮົບ, ທະຫານອາສາແລະ ຊ່ຽວຊານຫວຽດນາມ ຍາມໃດກໍ່ໃຫ້ເຫັນປະເທດລາວ ປຽບເໝືອນດັ່ງຄອບຄົວອ້າຍນ້ອງດຽວກັນ ແລະ ຖືວ່າເປັນບ້ານເກີດເມືອງນອນທີສອງຂອງຕົນ; ສືບຕໍ່ເປັນ ແບບເປັນຢ່າງ, ສຶກສາອົບຮົມໃຫ້ແກ່ຊາວຫນຸ່ມ ຂອງສອງປະເທດ ຮູ້ຈັກຮັກສາມູນເຊື້ອການປະຕິວັດ ແລະ ການປູກມິດຕະພາບ ອັນຍິ່ງໃຫຍ່, ນ້ຳໃຈສາມັກຄີພິເສດ, ຮ່ວມມືຮອບດ້ານ, ສະຫະພັນຕໍ່ສູ້ ຫວຽດນາມ - ລາວ; ລາວ-ຫວຽດນາມ.
(ຫັດທະບູນ)